ສານສະຫະລັດ ອາເມລິກາ

(VOVWORLD) -ໃນສານສະຫະລັດປີ 2023, ທ່ານປະທານາທິບໍດີ Biden ໄດ້ທົບທວນຄືນບັນດາຜົນງານດ້ານເສດຖະກິດ ແລະ ນິຕິບັນຍັດ ເຊິ່ງອຳນາດການປົກຄອງຂອງທ່ານໄດ້ປະຕິບັດ
ສານສະຫະລັດ ອາເມລິກາ - ảnh 1ທ່ານປະທານາທິບໍດີ Biden
(ພາບ: Reuters)

        ຕອນຄ່ຳວັນທີ 07 ກຸມພາ (ຕາມເວລາທ້ອງຖິ່ນ) ຢູ່ ວໍຊິງຕັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ກ່າວສານສະຫະລັດຕໍ່ສະພາສູງ ແລະ ສະພາຕ່ຳ ອາເມລິກາ. ນີ້ແມ່ນການກ່າວສານສະຫະລັດເທື່ອທີ 2 ໃນອາຍຸການຂອງທ່ານປະທານາທິບໍດີ Biden ແລະ ກໍ່ແມ່ນໂອກາດເພື່ອໃຫ້ທ່ານ Biden ທົບທວນຄືນບັນດາຜົນງານທີ່ບັນລຸໄດ້ໃນໄລຍະ 2 ປີຜ່ານມາ ແລະ ຍົກອອກໂຄງການດຳເນີນງານໃຫ້ປີຕໍ່ໄປ.

        ໃນສານສະຫະລັດປີ 2023, ທ່ານປະທານາທິບໍດີ Biden ໄດ້ທົບທວນຄືນບັນດາຜົນງານດ້ານເສດຖະກິດ ແລະ ນິຕິບັນຍັດ ເຊິ່ງອຳນາດການປົກຄອງຂອງທ່ານໄດ້ປະຕິບັດ ເພື່ອຊ່ວຍປົວແປງຊີວິດການເປັນຢູ່ຂອງປະຊາຊົນ ອາເມລິກາ ໃນໄລຍະ 2 ປີຜ່ານມາ, ຄື: ຫຼຸດຜ່ອນລະດັບເງິນເຟີ້, ຫຼຸດລາຄາພະລັງງານ, ປັບປຸງລະບົບພື້ນຖານໂຄງລ່າງພາຍໃນປະເທດ… ທ່ານປະທານາທິບໍດີ Biden ເນັ້ນໜັກວ່າ:

        “ເລື່ອງລາວຂອງປະເທດ ອາເມລິກາ ແມ່ນເລື່ອງລາວກ່ຽວກັບຄວາມກ້າວໜ້າ ແລະ ຄວາມສາມາດຟື້ນຟູ, ຍາມໃດກໍ່ກ້າວໄປຂ້າງໜ້າ ແລະ ບໍ່ຍອມຈຳນົນ. ພວກເຮົາໄດ້ສ້າງວຽກເຮັດງານທຳດ້ວຍຕົວເລກສະຖິຕິ 12 ລ້ານໜ້າວຽກໃນເວລາ 2 ປີຜ່ານມາ, ຫຼາຍກວ່າຈຳນວນວຽກງານເຊິ່ງປະທານາທິບໍດີສະໄໝຕ່າງໆສ້າງຂຶ້ນມາໃນອາຍຸການ 4 ປີ. ແລະກ່ອນນີ້ 2 ປີ, ພື້ນຖານປະຊາທິປະໄຕຂອງພວກເຮົາຕ້ອງປະເຊີນໜ້າກັບຄວາມສ່ຽງໃຫຍ່ສຸດໃນສະໄໝສົງຄາມການເມືອງ, ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ເຖິງວ່າຖືກຜົນສະທ້ອນກໍ່ຕາມ, ແຕ່ພື້ນຖານປະຊາທິປະໄຕຂອງພວກເຮົາບໍ່ຖືກທຳລາຍ ແລະ ຈຳນົນ”.

        ກ່ຽວກັບນະໂຍບາຍການຕ່າງປະເທດ, ທ່ານປະທານາທິບໍດີ Biden ຢືນຢັນວ່າ, ອາເມລິກາ ຈະສືບຕໍ່ສະໜັບສະໜູນປະຊາຊົນ ຢູແກຼນ. ກ່ຽວກັບການພົວພັນລະຫວ່າງ ອາເມລິກາ - ຈີນ, ທ່ານປະທານາທິບໍດີ Biden ໃຫ້ຮູ້ວ່າ, ອາເມລິກາ ຈະແກ່ງແຍ້ງແຕ່ບໍ່ຊອກຫາການປະທະກັນກັບ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ