ສານ​ອວຍ​ພ​ອນ​ວັນ​ຊາດ ກາ​ຕາ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນໄປຍັງມະຫາກະສັດ Sheikh Tamim Bin Hamad Al – Thani. 
ສານ​ອວຍ​ພ​ອນ​ວັນ​ຊາດ ກາ​ຕາ - ảnh 1 (ພາບປະກອບ: baotintuc.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ກາຕາ ຄົບຮອບ 142 ປີ, ວັນທີ 17 ທັນວາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນໄປຍັງມະຫາກະສັດ Sheikh Tamim Bin Hamad Al – Thani. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານໄປຍັງທ່ານນາຍົກລັດຖະມົນຕີ ກາຕາ Sheikh Khalid Bin Khalifa bin Abdulaziz Al – Thani.

    ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ກໍ່ໄດ້ສົ່ງສານອວຍພອນໄປຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ Sheikh Mohammed Bin Abdulrahman Bin Jassim Al – Thani.

ຕອບກັບ

ຂ່າວ/ບົດ​ອື່ນ