ສານອາຍາ ອີຢິບ ຕັດສິນລົງໂທດຈຳຄຸກຕະຫຼອດຊີວິດສຳລັບຜູ້ນຳທາງດ້ານຈິດໃຈ MB

(VOVWORLD) - ວັນທີ 8/5, ສານແຫ່ງໜຶ່ງຂອງ ອີຢິບ ໄດ້ຕັນສິນລົງໂທດຈຳຄຸກຕະຫຼອດຊີວິດຜູ້ນຳທາງດ້ານຈິດໃຈຂອງຂະບວນການອ້າຍນ້ອງຊາວມຸດສະລິມ (MB) Mohamed Badie ຍ້ອນໂທດເຂັ່ນຂ້າມະນຸດ ແລະ ປະຕິບັດບບັນດາເຫດບຸກໂຈມຕີ, ໃຊ້ຄວາມຮຸນແຮງ.

ສານອາຍາ ອີຢິບ ຕັດສິນລົງໂທດຈຳຄຸກຕະຫຼອດຊີວິດສຳລັບຜູ້ນຳທາງດ້ານຈິດໃຈ MB - ảnh 1 ຜູ້ນຳທາງດ້ານຈິດໃຈຂອງຂະບວນການອ້າຍນ້ອງຊາວມຸດສະລິມ (MB) Mohamed Badie

(ພາບ:  AFP/TTXVN)

ໃນວາລະພິພາກສາຄືນໃໝ່, ສານອາຍາ ກາຍໂຣ ໄດ້ຫລຸດຜ່ອນໂທດຈາກການປະຫານຊີວິດ ກ່ອນນັ້ນສຳລັບທ່ານ Mohamed Badie ພ້ອມກັບ 5 ບຸກຄົນຮັກສາຕຳແໜ່ງຫຼັກແຫຼ່ງຂອງ MB ພາຍຫຼັງໄດ້ຮັບໃບຄັດຄ້ານຂອງບັນດາເປົ້າໝາຍນີ້. ຢູ່ ອີຢິບ, ການຕັດສິນລົງໂທດຈຳຄຸກຕະຫຼອດຊີວິດແມ່ນເທົ່າກັບ 25 ປີ. ນອກນັ້ນ, ຈຳເລີຍ 15 ຄົນອື່ນຖືກຕັດສິນລົງໂທດຈຳຄຸກ 5 ປີ, ໃນຂະນະທີ່ມີ 21 ເປົ້າໝາຍອື່ນໄດ້ຖະແຫຼງບໍ່ມີໂທດ, ໃນນັ້ນມີສະມາຊິກພັກເສລີ ແລະ ຍຸຕິທຳ Mourad Ali ແລະ ໂຄສົກຂອງ MB Gehad Al – Hadad.

ຕອບກັບ

ຂ່າວ/ບົດ​ອື່ນ