ສາມັກຄີປະຕິບັດໜ້າທີ່ເປັນເສນາທິການໃຫ້ສູນກາງພັກ ກ່ຽວກັບເສດຖະກິດ - ສັງຄົມ

ສາມັກຄີປະຕິບັດໜ້າທີ່ເປັນເສນາທິການໃຫ້ສູນກາງພັກ ກ່ຽວກັບເສດຖະກິດ - ສັງຄົມ - ảnh 1
ທ່ານ ​ເວື​ອງດິງ​ເຮ້ວ,  ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ​ໄດ້​ມີ​ການ​ເຮັ​​ດວຽກ​ກັບ​ພະນັກງານ, ພາລະກອນຄະນະ​ເສດຖະກິດ​ສູນ​ກາງ
(ພາບ: HH)

(vovworld) - ວັນ​ທີ 5/2/2013, ຢູ່​ສຳນັກງານ​ຫ້ອງ​ວ່າກາ​ນສູນ​ກາງ​ພັກ, ທ່ານ ​ເວື​ອງດິງ​ເຮ້ວ (Vuong Dinh Hue),  ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ​ໄດ້​ມີ​ການ​ເຮັ​​ດວຽກ​ກັບ​ພະນັກງານ, ພາລະກອນຄະນະ​ເສດຖະກິດ​ສູນ​ກາງ. ກ່ຽວຂ້ອງ​ເຖິງ​ໜ້າ​ທີ່​​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ​ເວື​ອງດິງ​ເຮ້ວ ສະ​ເໜີ​ໃຫ້​ພະນັກງານ, ພາລະ​ກອນ​ຄະນະ​ເສດຖະກິດ​ສູນ​ກາງ​ຕ້ອງ​ຊາບ​ຊຶມ​ໜ້າ​ທີ່, ບົດບາດພາລະ​ໜ້າ​ທີ່​ຂອງ​ຄະນະ​ແມ່ນ​ອົງການ​ເສນາ​ທິການ​ຂອງຄະນະ​ບໍລິຫານ​ງາ​ນສູນ​ກາງ​ຢ່າງ​ຄົບ​ຖ້ວນ ​​ເຊິ່ງ​ໂດຍ​ກົງ ​ແລະ ​ເປັນ​ປະຈຳ​ແມ່ນ​ກົມ​ການ​ເມືອງ, ຄະນະ​ເລຂາ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ ​ແລະ ບັນດາ​ນະ​ໂຍບາຍ​ໃຫຍ່​​ເຊິ່ງນອນ​ໃນ​ຂົງ​ເຂດ ​ເສດຖະກິດ - ສັງຄົມ, ພ້ອມ​ທັງ​ອີງ​ໃສ່ 5 ໜ້າ​ທີ່​ຈຸດ​ສຸມ​ນັ້ນ​ແມ່ນ​ຄົ້ນ​ຄ້ວາ, ສະ​ເໜີ, ກວດກາຕີ​ລາຄາ, ​ແນະນຳ,​ ກວດກາ, ຕິດ​ຕາມ​ກວດກາ, ປະກອບ​ຄຳ​ເຫັນ​ກັບ​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ໃນ​ການ​ແຕ່ງ​ຕັ້ງ, ຍ້ອງຍໍ​ຊົມ​ເຊີຍ, ຕັດສິນ​ລົງ​ໂທດ ທີ່​ມີ​ຕໍ່​ພະນັກງານທີ່ກົມ​ການ​ເມືອງ, ຄະນະ​ເລຂາ​ຄຸມຄອງ ທີ່​ເຮັດ​ວຽກ​ໃນ​ກຸ່ມ​ເສດຖະກິດ - ສັງຄົມ ຕາມ​ການ​ຊັບຊ້ອນ, ​ແບ່ງ​ຂັ້ນ, ປະຕິບັດ​ບາງ​ໜ້າ​ທີ່​ອື່ນໆ ​ໂດຍ​ກົມ​ການ​ເມືອງ, ຄະນະ​ເລຂາ​ມອບ​ໝາຍ​ໃຫ້. ທ່ານ ​ເວື​ອງດິງ​ເຮ້ວ ​ເນັ້ນ​ໜັກ​ວ່າ: ໜ​້າທີ່​ຂອງ​ຄະນະ​ເສດ​ຖະກິດ​ສູນ​ກາງ​ແມ່ນ​ໜັກໜ່ວງ​ທີ່​ສຸດ, ພະນັກງານ​ຄະນະ​ເສດຖະກິດ​ແຕ່ລະຄົນ​ໃນ​ບໍ່​ວ່າ​ຖານະ​ຕຳ​ແໜ່​ງ​ໃດໆ, ຄວນ​ສືບ​ຕໍ່​​ເສີມ​ຂະຫຍາຍຄຸນ​ນະ​ທາ​ດການ​ເມ​ືອງ​ເປັນ​ຢ່າງ​ດີ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ສົມທົບ​ກັບ​ວຽກ​ງານ​ພາຍ​ໃນ ​ແລະ ນອກ​ອົງການ, ຍາມ​ໃດ​ກໍ່​ສະ​ແດງ​ນ້ຳ​ໃຈ​ຮັບຜິດຊອບ​ ​ແລະ ມີ​ຫົວຄິດ​ປະດິ​ດສ້າງ​ສູງໃນ​ການອອກ​ແຮງ​ງານ.

 

ຂ່າວ/ບົດ​ອື່ນ