ສາມັນຊົນນັບພັນຄົນຢູ່ພາກໃຕ້ ຊີຣີ ໄດ້ກັບເມືອບ້ານພາຍຫລັງບັນລຸໄດ້ຂໍ້ຕົກລົງຢຸດຍິງ

(VOVWORLD) -ວັນທີ 07 ກໍລະກົດ, ອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ: ສາມັນຊົນ ຊີຣີ ນັບພັນຄົນໄດ້ປະລະເຮືອນຊານໄປຫຼົບໄພພວມກັບເມືອບ້ານ ພາຍຫລັງກຳລັງລຸກຮື້ຂຶ້ນ ແລະ ລັດຖະບານ ຊີຣີ ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ພາກໃຕ້ປະເທດນີ້.

ກ່ອນໜ້ານັ້ນ, ສຳນັກຂ່າວສານໃຫຍ່ SANA ຂອງ ຊີຣີ ໄດ້ໃຫ້ຂ່າວວ່າ ວັນທີ 06 ກໍລະກົດ, ອຳນາດການປົກຄອງປະເທດນີ້ ບັນລຸໄດ້ຂໍ້ຕົກລົງຢຸດຍິງກັບພວກລຸກຮື້ຂຶ້ນຢູ່ພາກໃຕ້. ຕາມຂໍ້ຕົກລົງແລ້ວ, ບັນດາມືປືນຂຶ້ນກັບກຳລັງຝ່າຍຄ້ານຈະມອບສົ່ງບັນດາອາວຸດປະເພດໜັກ ກໍ່ຄືຖອນກຳລັງອອກຈາກບັນດາເຂດ ຊຶ່ງເຂົາເຈົ້າຢຶກຄອງຢູ່ແຂວງ Daraa ໃກ້ກັບຊາຍແດນ ຈໍແດນ.

        ຕາມຕົວເລກສະຖິຕິຂອງສະຫະປະຊາຊາດແລ້ວ, ການປະທະກັນລະຫວ່າງກອງທັບລັດຖະບານ ແລະ ຝ່າຍລຸກຮື້ຂຶ້ນຢູ່ເຂດດັ່ງກ່າວ ໄດ້ເຮັດໃຫ້ສາມັນຊົນປະມານ 320.000 ຄົນຕ້ອງປະລະເຮືອນຊານໄປຫຼົບໄພນັບແຕ່ວັນທີ 16 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ