ສາສະຫນາພຸດໃນວິວັດທະນາການເສີມຂະຫຍາຍວັດທະນະທຳຂອງຊາດ

ສາສະຫນາພຸດໃນວິວັດທະນາການເສີມຂະຫຍາຍວັດທະນະທຳຂອງຊາດ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ສາກົນ
photo:baolaocai.vn

(vovworld)- ວັນ​ທີ 8/11, ມີ​ຜູ້​ແທນ​ເກືອບ 100 ທ່ານ​ທີ່​ມາ​ຈາກ 10 ປະ​ເທດ, ​ເຂດ​ແຄ້ວ​ນຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ​ເກົາຫລີ, ​ໄທ, ມຽນມາ,​ລາວ, ກຳປູ​​ເຈຍ…ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ ສາສະຫນາພຸດ​ໃນ​ວິວັດທະນາ​ການ​ເສີມ​ຂະຫຍາຍ​ວັດທະນະທຳ​ຂອງ​ຊາດ ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ສາກົນ ດ້ວຍ​ຫົວ​ຂໍ້​ວ່າ: ສາສະຫນາ​ພຸດ​ອາຊີ ​ແລະ ຫວຽດນາມ ​ໃນ​ວິວັດ​ທະ​ນາ​ການ​ເສີມ​ຂະຫຍາຍ​ວັດທະນະທຳ​ຂອງ​ຊາດ.  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ສາດ​ສະ​ດາ​ຈານ, ດຣ ຫງວຽນ​ຊວນ​ທັງ, ປະທານ​ສະ​ຖາ​ບັນ​ດີດ ວິທະຍາສາດ ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ: “​ໃນ​ວິວັດທະ​ນາ​ການ​ແຫ່ງ​ການ​ຄົງ​ຕົວ ​ແລະ ພັດທະນາ, ສາສະຫນາ​ພຸດ ຫວຽດນາມ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ເສີມ​ຂະຫຍາຍ​ວັດທະນະ​ທຳ​ຂອງ​ຊາດ​ໃນ​ໄລຍະ​ໃຫມ່, ມີ​ບົດບາດ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ວິວັດທະນາ​ການ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.”

 

ຂ່າວ/ບົດ​ອື່ນ