ສຳນັກພິມຈຳຫນ່າຍອັກຊັງຕີນອອກສິ່ງພິມສະບັບພິເສດຍ້ອງຍໍແມ່ຍິງຫວຽດນາມ

ສຳນັກພິມຈຳຫນ່າຍອັກຊັງຕີນອອກສິ່ງພິມສະບັບພິເສດຍ້ອງຍໍແມ່ຍິງຫວຽດນາມ - ảnh 1

(vovworld)- ວັນ​ທີ 7/3, ສຳ​ນັກ​ພິມ​ຈຳ​ຫນ່າຍ Cienflores  ຂອງ​ອັກ​ຊັງ​ຕີນ ໄດ້​ອອກ​​ສິ່ງ​ພິມ​ສະ​ບັບ​ພິ​ເສດ​ຍ້ອງ​ຍໍ​ບັນ​ດາ​ການ​ປະ​ກອ​ບ​ສ່ວນ​ຂອງ​ແມ່​ຍິງ​ຫວຽດ​ນາມ ໃນ​ພາ​ລະ​ກິດ​​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ ສາ​ກົນ 8/3. ​ສິ່ງ​ພິມ​ສະ​ບັບ​ດັ່ງ​ກ່າວ ມີ​ຫົວ​ຂໍ້​ວ່າ: “ແມ່​ຍິງ​ຫວຽດ​ນາມ” ລວມ​ມີ 8 ຫນ້າ ທີ່​ລົງ​ພິມ​ບົດ​ຂຽນ​ພ້ອມ​ກັບຮູບ​ພາບ​ 21 ແຜ່ນດ້ວຍ​ຫລາຍ​ຂະ​ຫນາດ ທີ່​ສ​່ອງ​ແສງ​​ເຖິງການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ຫວຽດ​ນາມ​ໃນ​ການ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ ຢ່າງ​ມີ​ຊີ​ວິດ​ຊີ​ວາ. ​ສິ່ງ​ພິມ​ດັ່ງ​ກ່າວ​ໄດ້​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ ແລະ ບົດ​ບາດ​ຂອງ​ແມ່​ຍິງ​ຫວຽດ​ນາມ ໃນ​ຕະ​ຫລອດ​ໄລ​ຍະ​​ທຸກຍາກ​ລຳ​ບາກ​ຂອງ​ການ​ຕໍ່​ສູ້​ປົດ​ປ່ອ​ຍ​ຊາດ​ໃນ​ໄລ​ຍະ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ. ບົດ​ຂຽນ​ໄດ້​ຢືນ​ຢັນ​ວ່າ: ຄຽງ​ຄູ່​ກັບ​ຫນ້າ​ທີ່​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ແມ່​ຍິງ​ຫວຽດ​ນາມ ຍັງ​ເຂົ້າ​ຮ່ວມ​ການ​ຜະ​ລິດ, ການອອກ​ແຮງ​ງານ ແລະ ການຮ່ຳ​ຮຽນ​ຢ່າງ​ຕັ້ງ​ຫນ້າ.


ຂ່າວ/ບົດ​ອື່ນ