“ສຽງແຄນເຊື້ອຊາດລາວ” ໄດ້ຮັບການຮັບຮອງຈາກ Unesco ເປັນມໍລະດົກດ້ານວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດ

(VOVWORLD) -“ສຽງແຄນເຊື້ອຊາດລາວ” ໄດ້ສືບທອດກັນມາແຕ່ຄົນລຸ້ນກ່ອນໆ ແລະ ກາຍເປັນສັນຍາລັກດ້ານວັດທະນະທຳແຫ່ງຊາດຂອງປະຊາຊົນລາວ.
“ສຽງແຄນເຊື້ອຊາດລາວ” ໄດ້ຮັບການຮັບຮອງຈາກ Unesco ເປັນມໍລະດົກດ້ານວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດ - ảnh 1(ພາບ: VOV)

ຕອນບ່າຍວັນທີ 2 ເມສາ, ຢູ່ນະຄອນຫຼວງວຽງຈັນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ບໍ່ແສງຄຳ ວົງດາລາ, ໄດ້ຈັດກອງປະຊຸມຖະແຫຼງຂ່າວ “ສຽງແຄນເຊື້ອຊາດລາວ” ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ຮັບຮອງເອົາເປັນມໍລະດົກດ້ານວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດ. ນີ້ແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທຳອິດຂອງລາວທີ່ໄດ້ ຮັບການຮັບຮອງ ຈາກ UNESCO. ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບໍ່ແສງຄຳ ວົງດາລາ ເນັ້ນໜັກວ່າ “ສຽງແຄນເຊື້ອຊາດລາວ” ໄດ້ສືບທອດກັນມາແຕ່ຄົນລຸ້ນກ່ອນໆ ແລະ ກາຍເປັນສັນຍາລັກດ້ານວັດທະນະທຳແຫ່ງຊາດຂອງປະຊາຊົນລາວ. ດັ່ງນັ້ນ, ປະຊາຊົນລາວບັນດາເຜົ່າຄວນສືບຕໍ່ຮັກສາ ແລະ ພັດທະນາ ເພື່ອໃຫ້ “ສຽງແຄນເຊື້ອຊາດລາວ” ເປັນສັນຍາລັກຂອງການໄຊນະນະຕະຫຼອດໄປ. ພ້ອມກັນນັ້ນ, ເລື່ອງ UNESCO ຮັບຮອງ “ສຽງແຄນເຊື້ອຊາດລາວ” ເປັນມໍລະດົກດ້ານວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດ ຢ່າງເປັນທາງການ ນັ້ນໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ລັດຖະບານລາວໃນການຄຸ້ມຄອງ, ອະນຸລັກຮັກສາ ແລະ ນຳໃຊ້ມໍລະດົກຂອງຊາດ. ນອກນັ້ນ, ຍັງສຶກສາໃຫ້ຄົນລຸ້ນຫຼັງຂອງລາວມີນ້ຳໃຈຮັກຊາດ, ຮັກມູນເຊື້ອອັນດີງາມຂອງປະເທດ, ກາຍເປັນຊັບສົມບັດທາງດ້ານຈິດໃຈອັນລ້ຳຄ່າຂອງປະເທດລາວ ທີ່ຄົງຕົວ ແລະ ພັດທະນາຕະຫຼອດໄປ.

         ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຈະຈັດພິທີສະເຫຼີມສະຫຼອງແຫ່ງວັນ “ສຽງແຄນເຊື້ອຊາດລາວ” ທີ່ໄດ້ຮັບຮອງເອົາເປັນມໍລະດົກບໍ່ແມ່ນວັດຖຸຂອງມວນມະນຸດ ຂຶ້ນໃນວັນທີ 11 ເມສາ ຈະມາເຖິງ ຢູ່ນະຄອນຫຼວງວຽງຈັນ.


ຕອບກັບ

ຂ່າວ/ບົດ​ອື່ນ