ສ.ເກົາຫຼີ ຈັດ​ການ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ເຫດ​ຍິງວັດ​ຖຸທີ່​ບໍ່​ກຳ​ນົດ​ໄດ້ຂອງ ສ​ປ​ປ.ເກົາຫຼີ

(VOVWORLD) -ວັນທີ 27 ກຸມພາ, ສະພາຄວາມໝັ້ນຄົງແຫ່ງຊາດ ຂຶ້ນກັບທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ຈັດການປະຊຸມດ່ວນ ພາຍຫຼັງທີ່ ສປປ.ເກົາຫຼີ ຍິງວັດຖຸທີ່ບໍ່ກຳນົດໄດ້ໄປທາງທິດຕາເວັນອອກແຫຼມເກົາຫຼີໂດຍທັນທີ.

 ສ.ເກົາຫຼີ ຈັດ​ການ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ເຫດ​ຍິງວັດ​ຖຸທີ່​ບໍ່​ກຳ​ນົດ​ໄດ້ຂອງ ສ​ປ​ປ.ເກົາຫຼີ - ảnh 1ເຫດຍິງລູກສອນໄພ ຂອງ ສປປ.ເກົາຫຼີ (ພາບ: Yonhap/TTXVN)

ຖະແຫຼງການຂອງສະພາເສນາທິການໃຫຍ່ທະຫານປະສົມ ສ.ເກົາຫຼີ ໃຫ້ຮູ້ວ່າ ວັດຖຸບິນນີ້ ອາດຈະແມ່ນລູກສອນໄພນຳວິຖີ ທີ່ໄດ້ຍິງຈາກສະຖານທີ່ໃກ້ກັບນະຄອນຫຼວງ ພຽງຢາງ ຂອງ ສປປ.ເກົາຫຼີ ໃນເວລາ 7 ໂມງ 52 ນາທີ (ຕາມເວລາທ້ອງຖິ່ນ). ສະພາເສນາທິການໃຫຍ່ທະຫານປະສົມ ສ.ເກົາຫຼີ ໄດ້ເວົ້າຢ່າງຈະແຈ້ງວ່າ ກອງທັບປະເທດນີ້ ພວມຕິດຕາມຄວາມສາມາດທີ່ ສປປ.ເກົາຫຼີ ຈະປະຕິບັດເຫດການຍິງລູກສອນໄພຕື່ມອີກ ແລະ ຈະຊັ່ງຊາມາດຕະການຮັບມື. ຖ້າກຳນົດໄດ້, ນີ້ຈະແມ່ນເຫດຍິງທີ 8 ນັບແຕ່ຕົ້ນປີມາຮອດປັດຈຸບັນຂອງ ພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ