ສ.ເກົາຫຼີ: ຈຳນວນຜູ້ເສຍຊີວິດຍ້ອນພະຍາດMERSຂຶ້ນເຖິງ14ຄົນ

ສ.ເກົາຫຼີ: ຈຳນວນຜູ້ເສຍຊີວິດຍ້ອນພະຍາດMERSຂຶ້ນເຖິງ14ຄົນ - ảnh 1
(ພາບປະກອບ: Reuters)

​(vovworld) - ທ້າຍ​ວັນ​ທີ 12/06 ​ແລະ ​ຕອນ​ເຊົ້າ​ວັນ​ທີ 13/06, ສ.​ເກົາຫຼີ ​ໄດ້​ຮັບ​ຮູ້ 3 ກໍລະນີ​ຕ່ືມອີກ​ຖືກເສຍ​ຊີວິດ​ຍ້ອນ​ພະ​ຍາດລະ​ບົບ​ຫາຍ​ໃຈ​ຊຸດ​ໂຊມ​ຮຸນ​ແຮງ MERS ​ແລະ 12 ກໍ່​ລະ​ນີຖືກ​ຕິດ​ໃໝ່. ​ເປັນ​ອັນວ່າ, ​ນັບ​ແຕ່​ຈຸດ​ເວລາ​ພະຍາດເລີ່​ມ​ແຜ່​ລາມ​ຢູ່​ສ.​ເກົາ​ຫຼີ ​ໃນ​ວັນ​ທີ 20/05, ພະຍາດ​ນີ້​ໄດ້​​ເຮັດ​​ໃຫ້ 14 ຄົນ​ເສຍ​ຊີວິດ ​ແລະ 138 ຄົນ​ຖືກ​ຕິດພະຍາດ. ກະຊວງ​ສາທາລະນະ​ສຸກສ.​ເກົາຫຼີ ​ໃຫ້​ຮູ້​ວ່າ, ກໍ​ລະ​ນີຖືກ​ເສຍ​ຊີວິດ​ໃນ​ຕອນ​ເຊົ້າ​ວັນ​ທີ 13/06 ​ແມ່ນ​ແມ່ຍິງ, ອາຍຸ 67 ປີ, ຖືກ​ຕິດພະຍາດ MERS ​ໃນ​ວັນ​ທີ 10/06 ​ແລະ ຖືກ​ສົງ​ໄສ​ວ່າ​ຕິດພະຍາດ​ພາຍຫຼັງ​ພົບ​ປະກັບຜູ້​ຖືກ​ຕິດພະຍາດ MERS ຢູ່​ໂຮງ​ໝໍ Pyeongtaek ​ເມື່ອ​ທ້າຍ​ເດືອນ 05 ຜ່ານ​ມາ. 2 ກໍລະ​ນີ​ເສຍ​ຊີວິດ​ໃນ​ຕອນ​ຄໍ່າ​ວັນ​ທີ 12/06 ລ້ວນ​ແຕ່​ແມ່ນ​ຜູ້​ຊາຍ ພາຍຫຼັງ​ພົບ​ປະກັບຜູ້​ຖືກ​ຕິດພະຍາດ MERS ​ເມື່ອ​ເດືອນ 05 ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ