ສ.ເກົາຫຼີ - ຍີ່​ປຸ່ນ - ອາ​ເມ​ລິ​ກາ ເຫັນ​ດີ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ​ ຄືນ​ໃໝ່​ໂດຍ​ໄວ

(VOVWORLD) -   ວັນທີ 2 ເມສາ, ທ່ານ Suh Hoon ທີ່ປຶກສາການປ້ອງກັນຄວາມສະຫງົບແຫ່ງຊາດ ຂອງ ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ ສ.ເກົາຫຼີ ພ້ອມດ້ວຍ ຍີ່ປຸ່ນ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບ ຄວນແກ້ໄຂບັນຫານິວເຄຼຍ ສປປ.ເກົາຫຼີ ໂດຍສັນຕິວິທີ.

ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາໃນກອງປະຊຸມໂດຍກົງທີ່ຈັດຂຶ້ນໃນວັນທີ 2 ເມສາ ຢູ່ ວິທະຍາຄານການທະຫານປ້ອງກັນທະເລ ອາເມລິກາ ຢູ່ ລັດ Maryland. ຕາມນັ້ນແລ້ວ, 3 ຝ່າຍໄດ້ຢັ້ງຢືນຄືນໃໝ່ບັນດາຄວາມມານະພະຍາຍາມລວມ ແນໃສ່ເຊື່ອມຕໍ່ວິວັດການເຈລະຈາບັນດາປອດນິວເຄຼຍ ກັບ ພຽງຢາງ ໂດຍໄວ. ນີ້ແມ່ນການພົບປະທຳອິດ ລະຫວ່າງຜູ້ທີ່ປຶກສາການປ້ອງກັນຄວາມສະຫງົບແຖວໜ້າຂອງ ສ.ເກົາຫຼີ, ຍີ່ປຸ່ນ ແລະ ອາເມລິກາ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Joe Biden ຮັບດຳລົງຕຳແໜ່ງ. ການເຈລະຈາບັນຫາປອດນິວເຄຼຍ ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຖືກຢຸດສະງັກນັບແຕ່ເມື່ອ ກອງປະຊຸມສຸດຍອດລະຫວ່າງ ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong – un ສິ້ນສຸດລົງໂດຍບໍ່ບັນລຸໄດ້ຂໍ້ຕົກລົງໃດໆ.


ຕອບກັບ

ຂ່າວ/ບົດ​ອື່ນ