ສ.ເກົາຫຼີ ບໍ່ຮັບຮູ້ກໍລະນີເກີດສົງຄາມໃນແຫຼມ ເກົາຫຼີ

(VOVWORLD) - ວັນທີ 5 ກັນຍາ, ສ.ເກົາຫຼີ ຖະແຫຼງວ່າ ເລື່ອງບໍ່ອາດຮັບຮູ້ສົງຄາມ ແມ່ນການເລືອກເຟັ້ນ ເພື່ອຮັບມືຕໍ່ໄພນາບຂູ່ດ້ານນິວເຄຼຍຂອງ ສປປ.ເກົາຫຼີ,
ສ.ເກົາຫຼີ ບໍ່ຮັບຮູ້ກໍລະນີເກີດສົງຄາມໃນແຫຼມ ເກົາຫຼີ - ảnh 1ລູກສອນໄຟຂອງ ສປປ.ເກົາຫຼີ ພາບ: Yonhap/TTXVN

ໂດຍບໍ່ຫົວຊາຕໍ່ເລື່ອງ ພຽງຢາງ ຫາກໍ່ປະຕິບັດສຳເລັດເຫດທົດລອງນິວເຄຼຍຄັ້ງທີ 6 ແລະ ມີກຳລັງແຮງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ກ່າວຄຳເຫັນທີ່ເວທີປາໄສ ໂດຍສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ ແລະ ກອງທຶນ ສ.ເກົາຫຼີ ຈັດຕັ້ງຢູ່ນະຄອນຫລວງ ວໍຊິງຕັນ ຂອງ ອາເມລິກາ, ທ່ານ Cho Hyun ຮອງລັດຖະມົນຕີຜູ້ທີ 2 ຂອງກະຊວງການຕ່າງປະເທດ ສ.ເກົາຫຼີ ເນັ້ນໜັກເຖິງຄວາມຈຳເປັນ ຕ້ອງເຈລະຈາກັບ ພຽງຢາງ, ທ່ານໃສ່ໃຈວ່າ ມີ 2 ວິທີເພື່ອເຈລະຈາ, ທີ 1 ແມ່ນແນໃສ່ສ້າງແຫຼມ ເກົາຫຼີ ປອດນິວເຄຼຍ, ແລະ ທີ 2 ແມ່ນຫລຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານຂ້າມຊາຍແດນ ແລະ ແກ້ໄຂບັນດາບັນຫາມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ