ສ.ເກົາຫຼີ​ ຢັ້ງ​ຢືນ​ວ່າ ສ​ປ​ປ.ເກົາຫຼີ​ ໄດ້​ຍິງ​ລູກ​ສອນ​ໄຟດ້ວຍໄລ​ຍະ​ບິນ 250 ກິ​ໂລ​ແມັດ

(VOVWORLD) - ສະພາກຫົວໜ້າເສນາທິການໃຫຍ່ທະຫານປະສົມ ສ.ເກົາຫຼີ (JCS) ໄດ້ປະກາດວ່າ ບັນດາວັດຖຸບິນຊຶ່ງ ສປປ.ເກົາຫຼີຍິງ ໄປໃສ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້ໃນຕອນເຊົ້າວັນທີ 31 ກໍລະກົດແມ່ນລູກສອນໄຟນຳວິຖີໄລຍະສັ້ນ.
ສ.ເກົາຫຼີ​ ຢັ້ງ​ຢືນ​ວ່າ ສ​ປ​ປ.ເກົາຫຼີ​ ໄດ້​ຍິງ​ລູກ​ສອນ​ໄຟດ້ວຍໄລ​ຍະ​ບິນ 250 ກິ​ໂລ​ແມັດ - ảnh 1 ພາບປະກອບ (ພາບ: TTXVN)

ຕາມ JCS ແລ້ວ, ບັນດາລູກສອນໄຟນີ້ແມ່ນໄດ້ຍິງຂຶ້ນຈາກແຫຼມ Hodo, ທາງທິດໃຕ້ຂອງແຂວງ Hamgyong ຢູ່ຝັ່ງທະເລທາງທິດຕາເວັນອອກ ສປປ.ເກົາຫຼີ ແລະ ບິນໄດ້ປະມານ 250 ກິໂລແມັດກ່ອນທີ່ຈະຕົກລົງໃສ່ ທະເລ. ບັນດານັກຊ່ຽວຊານຂຶ້ນກັບ JCS ກໍ່ຖືວ່າ ປະເພດລູກສອນໄຟທີ່ໄດ້ຍິງໃນຕອນເຊົ້າວັນທີ 31 ກໍລະກົດແມ່ນແຕກຕ່າງກັບບັນດາລູກສອນໄຟຊຶ່ງ ພຽງຢາງໄດ້ທົດລອງກ່ອນໜ້ານັ້ນ. ປັດຈຸບັນ JSC ພວມຕິດຕາມສະພາບການຢ່າງໃກ້ຊິດເພື່ອປ້ອງກັນກໍລະນີມີບັນດາເຫດຍິງລູກສອນໄຟ ຕື່ມອີກ, ພ້ອມທັງຮັກສາທ່າກຽມພ້ອມສູ້ຮົບ. ໃນຂະນະນັ້ນ, ສຳນັກຂ່າວສານ Kyodo ຂອງຍີ່ປຸ່ນໄດ້ຄັດສະເໜີຖະແຫຼງການຂອງກະຊວງປ້ອງກັນປະເທດຍີ່ປຸ່ນ, ໂດຍຊີ້ແຈ້ງວ່າ ບັນດາວັດຖຸບິນດັ່ງກ່າວຂອງ ສປປ.ເກົາຫຼີບໍ່ໄດ້ຕົກໃສ່ເຂດເສດຖະກິດຈຳເພາະ ຫຼື ເຂດທະເລຂອງຍິ່ປຸ່ນ, ພ້ອມກັນນັ້ນ, ການຍິງລູກສອນໄຟຄັ້ງນີ້ກໍ່ບໍ່ສົ່ງຜົນສະທ້ອນໂດຍກົງເຖິງຄວາມປອດໄພຂອງຍີ່ປຸ່ນ, ແຕ່ພຽງຢາງຈະລະເມີດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຖ້າຫາກວ່າຍັງດຳເນີນການຍິງລູກສອນໄຟນຳວິຖີ.

        ກ້ຽວຂ້ອງເຖິງເຫດການດັ່ງກ່າວ, ໃນວັນທີ 30 ກໍລະກົດ, ໂຄສົກກະຊວງການຕ່າງປະເທດ ອາເມລິກາໄດ້ຖະແຫຼງວ່າ: ອາເມລິກາ ໄດ້ຮັບຮູ້ເລື່ອງ ສປປ.ເກົາຫຼີ ຍິງລູກສອນໄຟແລ້ວ ແລະ ຈະສືບຕໍ່ຕິດຕາມກວດກາສະພາບການ.

ຕອບກັບ

ຂ່າວ/ບົດ​ອື່ນ