ສ.ເກົາຫຼີ ແລະ ຍີ່​ປຸ່ນ ກຳ​ນົດ​ວັນ​ເວ​ລາ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຄືນ​ໃໝ່

(VOVWORLD) - ວັນທີ 21 ກຸມພາ, ກະຊວງການຄ້າ ຍີ່ປຸ່ນ ໃຫ້ຮູ້ວ່າ ປະເທດນີ້ ແລະ ສ.ເກົາຫຼີ ຫາກໍ່ເຫັນດີເປັນເອກະພາບຈັດຕັ້ງການເຈລະຈາກ່ຽວກັບບັນດາມາດຕະການຈຳກັດການສົ່ງອອກໃນວັນທີ 10 ມີນາ ຈະມາເຖິງຢູ່ ເຊີອູນ, ປະເທດສ.ເກົາຫຼີ.
ສ.ເກົາຫຼີ ແລະ ຍີ່​ປຸ່ນ ກຳ​ນົດ​ວັນ​ເວ​ລາ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຄືນ​ໃໝ່ - ảnh 1ປ້າຍຂອງ ຮ້ານຂາຍເຄື່ອງແຫ່ງໜຶ່ງ ຢູ່ ສ.ເກົາຫຼີທີ່ ຂຽນວ່າ "ພວກຂ້າພະເຈົ້າບໍ່ຂາຍເຄືອງ ຂອງ ຍີ່ປຸນ" (ພາບ: AFP/TTXVN) 

ເມື່ອເດືອນ ທັນວາ 2019, ລັດຖະບານ ຍີ່ປຸ່ນ ໄດ້ຍົກເລີກຄຳສັ່ງຈຳກັດການສົ່ງອອກ ທາດກັ້ນແສງ ໄປຍັງ ສ.ເກົາຫຼີ. ທາດນີ້ແມ່ນ ໜຶ່ງໃນ 3 ວັດສະດຸເຕັກໂນໂລຢີ ຊຶ່ງ ໂຕກຽວຈຳກັດສົ່ງອອກໄປຍັງ ສ.ເກົາຫຼີ ແຕ່ເດືອນ ກໍລະກົດ ປີ 2019. ສອງຝ່າຍໄດ້ຂຶ້ນແຜນການສືບຕໍ່ມານະພະຍາຍາມຊອກຫາວິທີປັບປຸງການພົວພັນດ້ານການຄ້າສອງຝ່າຍ ພາຍຫຼັງ ໄລຍະເຄັ່ງຕຶງ ຍ້ອນບັນດາມາດຕະການ ຈຳກັດ.

ແລະກໍ່ໃນວັນດຽວກັນ, ຝ່າຍ ສ.ເກົາຫຼີ ກໍ່ໄດ້ຢັ້ງຢືນວ່າ ສອງຝ່າຍຈະ ຈັດຕັ້ງການເຈລະຈາໃນເດືອນມີນາ ເພື່ອ ຊອກຫາວິທີການແກ້ໄຂຄວາມເຄັ່ງຕຶງ ດ້ານການຄ້າສອງຝ່າຍ ທີ່ແກ່ຍາວມາຫຼາຍເດືອນ. ຕາມກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີແລ້ວ, ທ່ານ Lee Ho-hyeon ຫົວໜ້າກົມນະໂຍບາຍການຄ້າສາກົນ ຈະມີການພົບປະກັບຄູ່ຕຳແໜ່ງ Yoichi Iida ຍີ່ປຸ່ນ ຢູ່ ເຊີອູນໃນວັນທີ 10 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ