ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຍົກອອກຖະແຫຼງການແຕກຕ່າງກັນເນື່ອງໃນໂອກາດສະເຫຼີມສະຫຼອງ 1 ປີກອງປະຊຸມສຸດຍອດປະຫວັດສາດ

(VOVWORLD) - ວັນທີ 27 ເມສາ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ຍົກອອກຖະແຫຼງການທີ່ແຕກຕ່າງກັນເນື່ອງໃນໂອກາດສະເຫຼີມສະຫຼອງ 1 ປີແຫ່ງວັນກອງປະຊຸມສຸດຍອດປະຫວັດສາດຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ຢູ່ບ້ານຢຸດຮົບ ປານມູນຈອມ.
ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຍົກອອກຖະແຫຼງການແຕກຕ່າງກັນເນື່ອງໃນໂອກາດສະເຫຼີມສະຫຼອງ 1 ປີກອງປະຊຸມສຸດຍອດປະຫວັດສາດ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ພາບ:  AFP/TTXVN

        ສ.ເກົາຫຼີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງດັ່ງກ່າວຢູ່ບ້ານຢຸດຮົບ ປານມູນຈອມ ເບື້ອງດິນແດນຂອງປະເທດນີ້, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ ແລະ ປະຊາຊົນປະມານ 500 ຄົນ. ເຖິງຢ່າງໃດກໍ່ຕາມ, ທັງທ່ານ Moon Jae-in ແລະ ທ່ານ Kim Jong-un ບໍ່ເຂົ້າຮ່ວມເຫດການດັ່ງກ່າວ.

        ໃນສານສະບັບໜຶ່ງແຕ່ງດ້ວຍເທບວີດີໂອທີ່ໄດ້ສົ່ງເຖິງພິທີສະເຫຼີມສະຫຼອງ, ທ່ານປະທານາທິບໍດີ Moon Jae-in ໄດ້ສະແດງຄວາມປະເອີບໃຈກ່ຽວກັບ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະບັນລຸໄດ້ "ສັນຕິພາບທີ່ບໍ່ສາມາດຕ່າວປີນໄດ້" ແລະ ພ້ອມກັນມີວັດທະນາຖາວອນບົນພື້ນຖານຂໍ້ຕົກລົງສຸດຍອດກັບການນຳ ສປປ.ເກົາຫຼີ Kim Jong-un ກ່ອນນີ້ໜຶ່ງປີ.

        ໃນຂະນະນັ້ນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຖະແຫຼງການຂອງຄະນະກຳມະການຟື້ນຟູເອກະພາບສັນຕິພາບຄືນໃໝ່ຂອງ ສປປ.ເກົາຫຼີ, ຮັບຜິດຊອບສະເພາະການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ກະຕຸກຊຸກຍູ້ ສ.ເກົາຫຼີ ຜັນຂະຫຍາຍ “ບັນດາມາດຕະການຕັ້ງໜ້າກ່ວາ” ແນໃສ່ປັບປຸງການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ