ສ​.ເກົາຫຼີ ແລະ ອາ​ເມ​ລິກ​າ ​ຊອກ​ຫາ​ວິ​ທີ​ການ​ຮັກ​ສາ​ກຳ​ລັງ​ໜູນ​ໃນ​ການເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ

(VOVWORLD) -ວັນທີ 7 ຕຸລາ, ທ່ານ Lee Do-hoon ຫົວໜ້າຄະນະຜູ້ແທນເຈລະຈາດ້ານນິວເຄຼຍ ສ.ເກົາຫຼີ ໃຫ້ຮູ້ວ່າ ເຊີອູນ ແລະ ວໍຊິງຕັນຈະຊອກຫາບັນດາມາດຕະການ ຮັກສາ ການເຈລະຈາກັບ ພຽງຢາງ ພາຍຫຼັງການລົ້ມລະລາຍຂອງບັນດາການເຈລະຈາຫັນເປັນການປອດນິວເຄຼຍຂັ້ນນັກຊ່ຽວຊານລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໃນທ້າຍອາທິດທີ່ຜ່ານມາ.
ສ​.ເກົາຫຼີ ແລະ ອາ​ເມ​ລິກ​າ ​ຊອກ​ຫາ​ວິ​ທີ​ການ​ຮັກ​ສາ​ກຳ​ລັງ​ໜູນ​ໃນ​ການເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ - ảnh 1 ທ່ານ Lee Do-hoon ຫົວໜ້າຄະນະຜູ້ແທນເຈລະຈາດ້ານນິວເຄຼຍ ສ.ເກົາຫຼີ,  ທ່ານStephen Biegunທູດພິເສດ ອາເມລິກາ ແລະ ທ່ານ Shigeki Takizaki ຫົວໜ້າຫ້ອງການຮັບຜິດຊອບບັນດາບັນຫາ ຢູ່ ອາຊີ - ປາຊີຟິກ ຍີ່ປຸ່ນ (ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ສະໜາມບິນສາກົນ Dulles ຢູ່ ວໍຊິງຕັນ, ທ່ານ Lee Do-hoon ໃຫ້ຮູ້ວ່າ: ຂ້າພະເຈົ້າມີແຜນການພົບປະກັບ ທ່ານທູດພິເສດ Stephen Biegun ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການຢ່າງລະອຽດເພື່ອຮັກສາກຳລັງໜູນໃນການເຈລະຈາກໍ່ຄືບັນລຸໄດ້ຄວາມກ້າວໜ້າຢ່າງຈະແຈ້ງໃນວິວັດການດັ່ງກ່າວ”. ເຈົ້າໜ້າທີ່ ສ.ເກົາຫຼີ ຍອມຮັບວ່າ ປະຈຸບັນມີຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສົມທົບກັນລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ.

        ກະຊວງການຕ່າງປະເທດ ສ.ເກົາຫຼີກ່ອນນັ້ນ 1 ວັນກໍ່ໃຫ້ຮູ້ວ່າ ວົງການເຈົ້າໜ້າທີ່ ລັດຖະບານ ຂັ້ນສູງຂອງ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຈະພົບປະກັນຢູ່ ວໍຊິງຕັນ ໃນອາທິດນີ້ເພື່ອປຶກສາຫາລືໝາກຜົນຂອງການເຈລະຈາຂັ້ນຊ່ຽວຊານລະຫ່ວາງ ອາເມລິກາ - ສປປ.ເກົາຫຼີ ຢູ່ ຊູແອດໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ