ສ.ເກົາຫຼີ ແລະ​ ອາ​ເມ​ລິ​ກາ ຊ້ອມ​ຮົບຮ່ວມ

(VOVWORLD) -ສະພາເສນາທິການໃຫຍ່ ກຳລັງທະຫານປະສົມ ສ.ເກົາຫຼີ (JSC) ໄດ້ແຈ້ງໃຫ້ຊາບວ່າ ກຳລັງພິເສດຂອງປະເທດນີ້ ແລະ ອາເມລິກາ ພວມດຳເນີນການຊ້ອມຮົບຮ່ວມ ໂດຍມີຊື່ວ່າ “Teak Knife”. 
ສ.ເກົາຫຼີ ແລະ​ ອາ​ເມ​ລິ​ກາ ຊ້ອມ​ຮົບຮ່ວມ - ảnh 1ການຊ້ອມຮົບຮ່ວມ ຂອງທະຫານ ອາເມລິກາ ແລະ ສ.ເກົາຫຼີ (ພາບ: YONHAP/TTXVN)

ວັນທີ 28 ກຸມພາ, ສະພາເສນາທິການໃຫຍ່ ກຳລັງທະຫານປະສົມ ສ.ເກົາຫຼີ (JSC) ໄດ້ແຈ້ງໃຫ້ຊາບວ່າ ກຳລັງພິເສດຂອງປະເທດນີ້ ແລະ ອາເມລິກາ ພວມດຳເນີນການຊ້ອມຮົບຮ່ວມ ໂດຍມີຊື່ວ່າ “Teak Knife”. ຕາມ JSC ແລ້ວ, ການຊ້ອມຮົບດັ່ງກ່າວ ໄດ້ເລີ່ມດຳເນີນກ່ອນໜ້ານັ້ນ ຢູ່ ຄ້າຍ Humphreys ຂອງ ກຳລັງ ອາເມລິກາ ຢູ່ ສ.ເກົາຫຼີ (USFK) ແລະ ຖານທີ່ໝັ້ນປ້ອງກັນອາກາດ Osan ຢູ່ Pyeongtaek, ຫ່າງຈາກນະຄອນຫຼວງ ເຊີອູນ 65 ກິໂລແມັດ ໄປທາງທິດໃຕ້. ການຊ້ອມຮົບດັ່ງກ່າວ ແມ່ນເພື່ອແນໃສ່ຈຸດປະສົງຝຶກແອບກຳລັງສູ້ຮົບພິເສດບຸກເຂົ້າດິນແດນຂອງຄູ່ຕໍ່ສູ້, ລວມທັງການເຄື່ອນໄຫວໜູນຊ່ວຍທາງອາກາດ, ກູ້ເອົາຊີວິດຕົວປະກັນ, ຮັບມືກັບວິກິດການມະນຸດສະທຳ ແລະ ການເຄື່ອນໄຫວອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ