ສ.ເກົາຫຼີ,ICAOປຶກສາຫາລືວິທີຮັບມືກັບບັນດາເຫດຍິງລູກສອນໄຟຢ່າງກະທັນຫັນຂອງສປປ.ເກົາຫຼີ

ສ.ເກົາຫຼີ,ICAOປຶກສາຫາລືວິທີຮັບມືກັບບັນດາເຫດຍິງລູກສອນໄຟຢ່າງກະທັນຫັນຂອງສປປ.ເກົາຫຼີ - ảnh 1
ເຫດ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຢ່າງ​ກະທັນຫັນຂອງ ສປປ.​ເກົາຫຼີ
(ພາບ: TTXVN)

(vovworld) - ​ ​ເຈົ້າ​ໜ້ທີ່​ທ່ານ​ໜຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: ວັນ​ທີ 11/08 ຜູ້ຕາງໜ້າຂອງ​ປະ​ເທດນີ້ ​ແລະ ອົງການການບິນ​ພົນລະ​​ເຮືອນ​ສາກົນ (ICAO) ​ໄດ້ປຶກສາ​ຫາລື​ວິທີ​ຮັບ​ມື​ກັບ​ບັນດາ​ເຫດ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຢ່າງ​ກະທັນຫັນຂອງ ສປປ.​ເກົາຫຼີ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ຕາມ​ເຈົ້າ​ໜ້າ​ທີ່​ດັ່ງກ່າວ​ແລ້ວ, ທີ່​ກອງ​ປະຊຸມ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Cho Tae-yul ​ແລະ ທ່ານ​ເລຂາທິການ​ໃຫຍ່ ICAO Fang Liu ກໍ່​ເຕື້ອງ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ສປປ.​ເກົາຫຼີ ກໍ່ຄື້ນລົບກວນ​ສັນຍານ​ລະບົບກຳນົດ​ທີ່​ຕັ້ງ​ທົ່ວ​ໂລກ (GPS) ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ລະຫວ່າງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ. ​ແລະ 2 ຝ່າຍ​ກໍ່​ປຶກສາ​ຫາລື​ບາງ​ມາດ​ຕະການ​ທີ່​ສາມາດ​ໄດ້​ ​ນຳ​ໃຊ້​ສຳລັບ​ເລື່ອງ ສປປ​.​ເກົາຫຼີ ​ໂດຍ​ບໍ່​ແຈ້ງ​ລ່ວງ​ໜ້າກ່ຽວ​ກັບ​ບັນດາ​ເຫດ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ