ສ.ເກົາຫຼີຍົກລະດັບເຕືອນໄພສູງສຸດຢູ່ເຂດດ່ານໜ້າ

ສ.ເກົາຫຼີຍົກລະດັບເຕືອນໄພສູງສຸດຢູ່ເຂດດ່ານໜ້າ - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 07/01 ສຳນັກ​ຂ່າວ​ສານ Yonhap ຄັດ​ສະ​ເໜີ​ແຈ້ງ​ການຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາ​ຫຼີ ​​ໂດຍໃຫ້​ຮູ້​ວ່າ: ກອງທັບ​ປະ​ເທດ​ນີ້ ​ໄດ້​ຍົກ​ລະ​ດັບ​ເຕືອນ​ໄພ​ຂຶ້ນ​ລະດັບ​ສູງ​ສຸດ​ຢູ່​ເຂດ​ດ່ານ​ໜ້າ, ບ່ອນ​ທີ່​ຕັ້ງ​ໂທລະ​ໂຄ່ງ. ການ​ກະທຳ​ນີ້ ​ໄດ້​ດຳ​ເນີນ​ກ່ອນ​ທີ່​ລັດຖະບານ ສ.​ເກົາ​ຫຼີ ສືບ​ຕໍ່​ລາຍການ​ກະ​ຈາຍ​ສຽງ​ໂຄສະນາ​ຕ້ານ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ເກົາ​ຫຼີ (ສປປ ເກົາ​ຫຼີ ) ດ້ວຍ​ລະບົບ​ໂທລະ​ໂຄ່ງ​ທີ່​ຕັ້ງຢູ່​ເຂດ​ຊາຍ​ແດນລະຫວ່ງ ສປປ ເກົາ​ຫຼີ  ​ແລະ ສ.ເກົາ​ຫຼີ 1 ວັນ ​ແລະ ສປປ ເກົາ​ຫຼີ ຖະ​ແຫຼ​ງດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍສຳ​​ເລັດຜົນ 1 ວັນ. Yonhap ຄັດສະ​ເໜີ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາ​ຫຼີ ​ໃຫ້​ຮູ້​ວ່າ: ກອງທັບ​ປະ​ເທດ​ນີ້ ຢູ່​​ດ່ານ​ໜ້າ 10 ​ແຫ່ງທີ່ມີ​ລະບົບ​ໂທລະ​ໂຄ່ງ ພວມ​ຢູ່ໃນສະພາວະ​​ເຕືອນ​ໄພສູງ​ສຸດ. ນອກ​ນັ້ນ, ກອງທັບ ສ.​ເກົາ​ຫຼີ ຍັງ​ຜັນ​ຂະຫຍາຍ​ເຮືອບິນ​ສອດ​ແນມບໍ່​ມີ​ຄົນ​ຂັບ, ລູກ​ສອນ​ໄ​ໄຟ​ຕ້ານ​ລົດ​ຕັ່ງ, ຣາດາ​ຕ້ານ​ປື​ນ​ໃຫຍ່ອີກ.

ຂ່າວ/ບົດ​ອື່ນ