ສ.ເກົາຫຼີຍູ້ແຮງການລົງທຶນເຂົ້າອາຊຽນ

ສ.ເກົາຫຼີຍູ້ແຮງການລົງທຶນເຂົ້າອາຊຽນ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 24/08, ທີ່​ການ​ພົບ​ປະ​ລະ​ຫວ່າງ​ບັນດາ​ປະທານ​ຄະນະ​ກຳມະການ ການ​ບໍລິການ​ການ​ເງິນ (FSC), ອົງການ​ຕິດຕາມ​ກວດກາ​ນການ​ເງິນ (FSS) ​ແລະ 11 ທະນາຄານ​ໃຫຍ່​ຂອງ​ສ.​ເກົາຫຼີ ກັບ​​ເອກ​ອັກ​ຄະ​ລັດຖະທູດ​ບັນດາ​ປະ​ເທດ​ອາ​ຊຽນ ປະຈຳ​ສ.ເກົາຫຼີ, ຝ່າຍ​ສ.ເກົາຫຼີ ສະ​ເໜີ​ໃຫ້​​ບັນດາ​ທ່ານເອກ​ອັກ​ຄະ​ລັດຖະທູດ​ໜູ​ນຊ່ວຍບັນດາ​ກຸ່ມ​ບໍລິສັດ​ການ​​ເງິນ​ຂອງ​ປະ​ເທດ​ນີ້ ​ໃນ​ວິວັດ​ການຍູ້​​ແຮງ​ການ​ລົງທຶນ​ເຂົ້າ​ບັນດາ​ປະ​ເທດ​ອາ​ຊຽນ. ທ່ານ​ປະທານ FSC, Im Chong ryong ​ຖືວ່າ, ພາຍຫຼັງ 25 ປີ​ນັບ​ແຕ່​ເມື່ອ​ສ.​ເກົາຫຼີ ​ແລະ ອາ​ຊຽນ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື, ບັນດາ​ທະນາຄານ​ຂອງ​ປະ​ເທດ​ນີ້ ​ໄດ້​ນຳ​ໜ້າ ​ແລະ ​ເປີດ​ກວ້າງ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນໃຫ້​ບັນດາ​ວິ​ສາ​ຫະກິດ​ປະຈຳ​ຖິ່ນຢູ່ບັນດາ​ປະ​ເທດ​ປະ​ເທດ​ອາ​ຊຽນ ຢ່າງ​ບໍ່​ຢຸດ​ຢັ້ງ. ຕາງໜ້າ​ໃຫ້​ບັນດາ​ເອກ​ອັກ​ຄະ​ລັດຖະທູດ​ອາ​ຊຽນ ປະຈຳ​ສ.​ເກົາຫຼີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ສິງ​ຄະ​​ໂປ Yip Wei Kiat ​ໄດ້​ຕີ​ລາຄາ​ສູງ​ການ​ພົບ​ປະ​ຄັ້ງ​ນີ້ ​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້ 2 ຝ່າຍເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ຈະ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​​ໃຫ້​ວິວັດທະນາ​ການ​ເພີ​່ມທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ​້າລະຫວ່າງ​ສ.​ເກົາຫຼີ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ