ສ.ເກົາຫຼີປະກາດບັນດາໂຮງໝໍກ່ຽວຂ້ອງເຖິງMERS

ສ.ເກົາຫຼີປະກາດບັນດາໂຮງໝໍກ່ຽວຂ້ອງເຖິງMERS - ảnh 1
ການ​ປະ​ກ​າດ​ບັນ​ຊີ​ລາຍ​ຊື່​ໂຮງ​ໝໍ 24 ແຫ່ງ​ທີ່ກ່ຽວ​ຂ້ອງ​ເຖິງ MERS
(ພາບ: Yonhap/TTXVN)

(vovworld) – ວັນ​ທີ 7/6, ລັດ​ຖະ​ບານ ສ. ເກົາຫຼີ ໄດ້​ປະ​ກາດ​ບັນ​ຊີ​ລາຍ​ຊື່​ໂຮງ​ໝໍ 24 ແຫ່ງ​ທີ່ກ່ຽວ​ຂ້ອງ​ເຖິງ ໂລກ​ພະຍາດອັກ​ເສບ​ລະບົບ​ຫາຍ​ໃຈ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ (MERS) ໃນ​ສະ​ພາບ​ການ​ໂລກ​ພະ​ຍາດ​ດັ່ງ​ກ່າ​ວ​ມີ​ການ​ຜັນ​ແປ​ຢ່າງ​ຮ້າຍ​ແຮງ​ຢູ່​ປະ​ເທດນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ. ເກົາຫຼີ Choi Kyung – hwan ເວົ້າ​ວ່າ: ເລື່ອງ​ປະ​ກາດ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ໂຮງ​ໝໍ​ນີ້​ແມ່ນ​ການ​ກະ​ທຳ​​ທີ່ຖືກ​ຕ້ອງ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ໃຫ້​ເຂົາ​ເຈົ້າ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ມີ 14 ກໍ​ລະ​ນີ​ຕື່ມ​ອີກ​ໄດ້​ຮັບ​ຮູ້​ວ່າ​ຕິດ​ໂລກ​ພະ​ຍາດ MERS, ໃນ​ນັ້ນ​ມີ​ຜູ້​ໜຶ່ງ​ເສຍ​ຊີ​ວິດ, ຍົກ​ຍອດ​ຈ​ຳ​ນວນ​ຜູ້​ຕິດ​ໂລກ​ພະ​ຍາດ MERS ຢູ່ ສ. ເກົາຫຼີ ຂຶ້ນ​ເຖິງ 64 ກໍ​ລະ​ນີ ແລະ ມີ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ 5 ຄົນ.


ຂ່າວ/ບົດ​ອື່ນ