ສ.ເກົາຫຼີສືບຕໍ່ຢັ້ງຢືນບັນດາກໍລະນີເສຍຊີວິດແລະຜູ້ຕິດເຊື້ອພະຍາດMERSຄົນໃໝ່

ສ.ເກົາຫຼີສືບຕໍ່ຢັ້ງຢືນບັນດາກໍລະນີເສຍຊີວິດແລະຜູ້ຕິດເຊື້ອພະຍາດMERSຄົນໃໝ່ - ảnh 1
ປະ​ຊາ​ຊົນ ສ. ເກົາຫຼີ ໃນ​ວັນ​ທີ 19/6
(ພາບ: AFP/TTXVN)

(vovworld) – ສ. ເກົາຫຼີ ​ຢັ້ງ​ຢືນ 2 ​ຄົນ​ເສຍ​ຊີ​ວິດ ແລະ 3 ​ຄົນຕິດ​ເຊື້ອ​ພະ​ຍາດ MERS ຕື່ມ​ອ​ີກ, ​ອັນ​ໄດ້ຍົກ​ຍອດ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເຊື້ອ​ພະ​ຍາດ MERS ຢູ່​ປະ​ເທດນີ້​ຂຶ້ນ​ເຖິງ 27 ຄົນ ແລະ ຜູ້​ຕິດ​ເຊື້ອ​ພະ​ຍາດນີ້​ຂຶ້ນ​ເຖິງ 172 ຄົນ​ນັບ​ແຕ່​ເວ​ລາ​ໂລກ​ພະ​ຍາດນີ້​ເກີດ​ຂຶ້ນຢູ່​ປະ​ເທດນ​ີ້​ໃນ​ວັນ​ທີ 20/5. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ສ. ເກົາຫຼີ ໃຫ​້​ຮູ້​ວ່າ​ກ່​ວາ 90% ຈຳ​ນວນ​ຄົນ​ເຈັບເສ​ຍ​ຊີ​ວິດ​ແມ່ນ​ຜູ້​ອາ​ຍຸ​ສູງ ຫຼື ຜູ້​ພວມ​ຕິດ​ພ​ະ​ຍາດຕ່າງໆ ແລະ ບັນ​ດາ​ຄົນ​ເຈັບ​ນັ້ນ​ມີ​ອາ​ການ​ໜັກ​ກ່​ວາ​ເມື່ອ​ຕິດ​ພະ​ຍາດ MERS. ບັນ​ດາກໍ​ລະ​ນີ​ຕິດ MERS ລ້ວນ​ແຕ່​ແມ່ນ​ບັນ​ດາ​ຜູ້​ ​ຖືກ​ສົງ​ໄສ​ມີ​ການ​ສຳ​ພັດ​ກັບ​ຜູ້​ຕິດ MERS ແລະ ກະ​ຊວງ​ດັ່ງ​ກ່າວກໍ່​ຖື​ວ່າບໍ່​ທັນ​ມີ​ກໍ​ລະ​ນີ​ຕິດ​ແປດ​ໃດໆ​ເກີດ​ຂຶ້ນ​ໃນ​ວົງ​ຄະ​ນະ​ຍາດ ໃນ​ຂະ​ນະ​ທີ່​ບັນ​ດາ​ກໍ​ລະ​ນີ​ຕິດ​ແປດ​ລ້ວນ​ແຕ່​ເກີດ​ຂຶ້ນ​ໃນ​ໂຮງ​ໝໍ.


ຂ່າວ/ບົດ​ອື່ນ