ສ.ເກົາຫຼີຮັບຮູ້ມີອີກຜູ້ໜຶ່ງເສຍຊີວິດຍ້ອນMERS

ສ.ເກົາຫຼີຮັບຮູ້ມີອີກຜູ້ໜຶ່ງເສຍຊີວິດຍ້ອນMERS - ảnh 1
ພາ​ລະ​ກອນ​ການ​ແພດ ສ. ເກົາຫຼີ
(ພາບ: AFP/TTXVN)

(​vovworld) – ວັນ​ທີ 4/6, ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ສ. ເກົາຫຼີ ປະ​ກາດ​ມີ​ອີກ​ກໍ​ລະ​ນີ​ທີ 3 ເສຍ​ຊີ​ວິດ ຍ້ອນໂລກ​ພະ​ຍາດ​ອັກ​ເສບ​ລະ​ບົບ​ຫາຍ​ໃຈ​ເຂດ​ຕາ​ເວັນ​ອອກ​ກາງ (MERS) ຢູ່​ປະ​ເທດນີ້, ພ້ອມ​ທັງ​ຍົກ​ຍອດ​ຈຳ​ນວນ​ຜູ້​ຕິດ​ໂລກ​ພະ​ຍາດ​ດັ່ງ​ກ່າວ​ຢູ່ ສ. ເກົາຫຼີ ​ແມ່ນຂຶ້ນ​ເຖິງ 36 ຄົນ. ຄົນ​ເຈັບ​ທີ່​ຫາກໍ່​ເສ​ຍ​ຊີ​ວິດ​ແມ່ນ​ພໍ່​ຕູ້​ທີ່​ມີ​ອາ​ຍຸ 82 ​ປີຍ້ອນ​ຕິດ​ໄວ​ຣັດ MERS ພາຍຫຼັງ​ເສຍ​ຊີ​ວິດຢູ່​ໂຮງ​ໝໍ​ແຫ່ງ​ໜຶ່ງ​ຢູ່ ສ. ເກົາຫຼີ ໃນ​ວັນ​ທີ 3/6.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ,  ໂຮງ​ຮຽນ​ຂອງ ສ. ເກົາຫຼີ ກ່​ວາ 900 ແຫ່ງ​ຖືກ​ປິດ​ປະ​ຕູ​ໃນ​ສະ​ພາບ​ວົງ​ການ​ເຈົ້າ​ໜ້າ​ທີ່​ປະ​ເທດນີ້​ມາ​ນະ​ພະ​ຍາ​ຍາມເຮັດ​ໃຫ້​ປະ​ຊາ​ຊົນ​ອຸ່ນ​ອ່ຽນ​ໃຈ​ຕໍ່​​ສະ​ພາບໂລກ​ພະ​ຍາດ MERS ພວມ​ແຜ່​ຂະ​ຫຍາຍ​ຢ່າງ​ແຮງ. ນັບ​ແຕ່​ວັນ​ທີ 20/5 ເຊິ່ງ​ແມ່ນຈຸດ​ເວ​ລາ​ພົບ​ເຫັນ​ກໍ​ລະ​ນີ​ຕິດ​ໂລກ​ພະ​ຍາດ MERS ທຳ​ອິດ​ຢູ່ ສ. ເກົາຫຼີ, ​ມາ​ຮອດ​ປະ​ຈຸ​ບັນ​ໄດ້​ມີກ່​ວາ 1.660 ຄົນ​ຖືກແຍກ​ອອກ​ຕ່າງ​ຫາກ​ຍ້ອນ​ສົງ​ໄສ​ຕິດ​ໄວ​ຣັດ​ອັນ​ຕະ​ລາຍ MERS.


ຂ່າວ/ບົດ​ອື່ນ