ສ.ເກົາຫຼີແລະສປປ.ເກົາຫຼີເຫັນດີສ້າງຕັ້ງບັນດາທິມກິລາປະສົມເພື່ອເຂົ້າຮ່ວມ Olympic Tokyo 2020

(VOVWORLD) -ວັນທີ 24 ທັນວາ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສ.ເກົາຫຼີ Do Jong Hwan ໃຫ້ຮູ້ວ່າ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະສ້າງຕັ້ງບັນດາທິມກິລາປະສົມ ເພື່ອແຂ່ງຂັນຢ່າງໜ້ອຍສຸດ 3 ປະເພດກິລາຢູ່ Olympic Tokyo 2020
ສ.ເກົາຫຼີແລະສປປ.ເກົາຫຼີເຫັນດີສ້າງຕັ້ງບັນດາທິມກິລາປະສົມເພື່ອເຂົ້າຮ່ວມ Olympic Tokyo 2020 - ảnh 1 (ພາບປະກອບ: AFP/TTXVN)

ນັ້ນແມ່ນ ບານບ້ວງຍິງ, ຊ່ວງເຮືອຜູ້ດຽວກາໂນ (canoeing) ແລະ ຊ່ວງເຮືອ (rowing). ທ່ານລັດຖະມົນຕີ Do Jong Hwan ໃຫ້ຮູ້ວ່າ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພວມພິຈາລະນາຈະສ້າງຕັ້ງບັນດາທິມແຂ່ງຂັນປິງປ່ອງ, judo… ແຜນການດັ່ງກ່າວແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມເພື່ອປະຕິບັດຖະແຫຼງການພຽງຢາງ ເຊິ່ງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳສປປ.ເກົາຫຼີ Kim Jong un ຍົກອອກມາທີ່ກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເມື່ອເດືອນກັນຍາຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ