ສ.ເຊັກສະໜັບສະໜູນ ການສ້າງຕັ້ງກອງທັບ ເອີລົບຮ່ວມ


ສ.ເຊັກສະໜັບສະໜູນ ການສ້າງຕັ້ງກອງທັບ ເອີລົບຮ່ວມ - ảnh 1

ກອງທັບ​ສ.ເຊັກ

(ພາບ: AP)

 (vovworld)- ​ໃນ​ຊຸມ​ມື້​ນີ້, ການ​ສ້າງຕັ້ງກອງທັບ​ເອີລົບຮ່ວມ​ພວມແມ່ນ​ບັນຫາ​ທີ່​ເຄັ່ງຮ້ອນ​ຢູ່​ປະ​ເທດ ສ.​ເຊັກ. ນີ້​ກໍ່​ແມ່ນ​ຫົວ​ເລື່ອງ​ຖືກ​ເຕື້ອງ​ເຖິງ​ເປັນ​ຫຼາຍ​ເທື່ອ​ທີ່​ກອງ​ປະຊຸມ​ລະນຶກ 15 ປີ​ແຫ່ງ​ວັນ ​ເຊັກ ​ເຊົ້າ​ເປັນ​ສະມາຊິກ​ອົງການ ນາ​ໂຕ ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 12/3 ຢູ່​ນະຄອນຫຼວງ ປຣາຮາ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Milos Zeman ປະທານາທິບໍດີ ສ.ເຊັກ ​ໃຫ້​ຂໍ້ສັງ​ເກດ​ວ່າ: ວິ​ກິດ​ການ​ປະຈຸ​ບັນ​ຢູ່​ຢູ​ແກຼນ ​ແມ່ນ​ໄພ​ອັນຕະລາຍ​ຕໍ່​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຖື​ວ່າ: ສະພາບ​ການ​ຢູ່​ຢູ​ແກຼນ ສະ​ແດງ​ໃຫ້​ເຫັນ​ຄວາມ​ຕ້ອງການ​ສ້າງຕັ້ງກຳລັງ​ທະຫານ​ລວມຂອງ​ເອີ​ລົບ ຊື່​ງ​ແມ່ນ​ບັນຫາ​ໄດ້​ຮັບ​ການ​ປຶກສາ​ຫາລື​ໃນ​ຫຼາຍ​ປີ​ມາ​ນີ້. ທ່ານປະທານາທິບໍດີ Milos Zeman ​ເນັ້ນໜັກ​ວ່າ, ຕ້ອງ​ສ້າງ​ເສົາຄ້ຳທີ 2 ຂອງ​ນາ​ໂຕ ຄຽງ​ຄ້າງ​ເສົາຄ້ຳອາ​ເມ​ລິ​ກາ​ເໜືອ​​ໃຫ້ສຳ​ເລັດ ດ້ວຍຮູບ​ການ​ສ້າງຕັ້ງກອງທັບ​ຮ່ວມ​ຂອງ​ເອີ​ລົບ, ​ເໝາະ​ສົມ​ກັບ​ບັນດາ​ທ່າ​ອຽງ​ຮ່ວມ​ສຳພັນໃນ​ປະຈຸ​ບັນ​ໃນ​ຂອບ​ເຂດ​ສະຫະພາບ​ເອີ​ລົບ (ອີ​ຢູ)./.

ຂ່າວ/ບົດ​ອື່ນ