ສ.ເຊັກໂກກຽມພ້ອມຈັດງານຕັ້ງຄ້າຍພັກແລ້ງຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ທົ່ວເອີລົບ

(VOVWORLD) -ຄ້າຍພັກແລ້ງຊາວໜຸ່ມ - ນັກສຶກສາຫວຽດນາມ ຢູ່ເອີລົບ ຄັ້ງທີ 3 (Viettheart Summer Camp 2017) ຈະຈັດຕັ້ງຢູ່ສ.ເຊັກໂກ ໃນລະຫວ່າງວັນທີ 17 – 20 ສິງຫາ.
ສ.ເຊັກໂກກຽມພ້ອມຈັດງານຕັ້ງຄ້າຍພັກແລ້ງຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ທົ່ວເອີລົບ - ảnh 1 (ສ.ເຊັກໂກກຽມພ້ອມຈັດງານຕັ້ງຄາຍພັກແລ້ງຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ທົ່ວເອີລົບ)

ຕາມຄະນະຈັດຕັ້ງແລ້ວ, ຈະມີການເຄື່ອນໄຫວແທດຈິງຫຼາຍຢ່າງເຊິ່ງຈະຖືກດຳເນີນທີ່ Festival, ເພື່ອແນໃສ່ສ້າງຂະບວນການເຄື່ອນໄຫວທີ່ເປັນປະໂຫຍດໃຫ້ແກ່ຊາວໜຸ່ມ, ນັກສຶກສາ ເພື່ອປະກອບສ່ວນເພີ່ມທະວີຄວາມສາມັກຄີໃນປະຊາຄົມຊາວຫວຽດນາມ ຢູ່ເອີລົບ. ຕາມທ່ານນາງ ຫງວຽນທິ້ຢ້ຽວລິງ, ຫົວໜ້າຄະນະຈັດຕັ້ງ ແລ້ວ, ໄລ່ມາຮອດຈຸດເວລານີ້, ວຽກງານຈັດຕັ້ງໃຫ້ຄ້າຍພັກແລ້ງໄດ້ສຳເລັດແລ້ວ ແລະ Praha ພ້ອມແລ້ວທີ່ຈະຮັບຕ້ອນບັນດາຄະນະເຂົ້າຮ່ວມເຫດການ.

        “ພວກຂ້າພະເຈົ້າໄດ້ກະກຽມເນື້ອໃນແທດຈິງຫຼາຍຢ່າງໃຫ້ແກ່ຊາວໜຸ່ມ, ນັກສຶກສາທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ເອີລົບ. ເປົ້າໝາຍເຂົ້າຮ່ວມສ່ວນຫຼາຍແມ່ນລຸ້ນທີ 2 ທີ່ເກີດຢູ່ເອີລົບ ສະນັ້ນພາສາຫວຽດ ແລະ ບັນດາຄວາມຮູ້ກ່ຽວກັບວັດທະນະທຳຂອງຫວຽດນາມ ແມ່ນບໍ່ຫຼາຍປານໃດ. ເຂົ້າຮ່ວມງານຕັ້ງຄ້າຍພັກແລ້ງຄັ້ງນີ້ຈະຊ່ວຍໃຫ້ພວກນ້ອງຊອກຮູ້ກ່ຽວກັບວັດທະນະທຳຫວຽດນາມ ແລະ ໄດ້ເວົ້າພາສາຫວຽດ ໃຫ້ຫຼາຍກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ