ສ.ເຊັກໂກເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດແລະຮ່ວມມືກັບຫວຽດນາມ

(VOVWORLD) -ສ.ເຊັກໂກເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດແລະຮ່ວມມືກັບຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດສ.ເຊັກໂກ ປະຈຳຫວຽດນາມ Vitezslav Grepl, ໃນການຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຊາດສະຫະພັນເຊັກໂກສະໂລວາເກຍເມື່ອກ່ອນນີ້.

ສ.ເຊັກໂກເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດແລະຮ່ວມມືກັບຫວຽດນາມ - ảnh 1

ພິທີສະເຫຼີມສະຫຼອງ 100 ປີແຫ່ງວັນຊາດສະຫະພັນເຊັກໂກສະໂລວາເກຍເມື່ອກ່ອນນີ້

(ພາບປະກອບ: tapchihuunghi.vn)

ຕາມທ່ານເອກອັກຄະລັດຖະທູດ Vitezslav Grepl ແລ້ວ, ໜຶ່ງໃນບັນດາປັດໃຈສຳຄັນເພື່ອສ້າງປະຖົມປັດໃຈໃຫ້ແກ່ການພັດທະນາລະຫວ່າງສ.ເຊັກໂກ ແລະ ຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ ແມ່ນຂໍ້ຕົກລົງກ່ຽວກັບຕະຫຼາດເສລີລະຫວ່າງຫວຽດນາມ ແລະ ບັນດາປະເທດສະຫະພາບເອີລົບ. ມາຮອດປະຈຸບັນ, ບັນດາບໍລິສັດຂອງສ.ເຊັກໂກ ໄດ້ລົງທຶນກວ່າ 34 ໂຄງການຢູ່ຫວຽດນາມ ດ້ວຍຍອດມູນຄ່າກວ່າ 100 ລ້ານ USD. ທ່ານເອກອັກຄະລັດຖະທູດ Vitezslav Grepl ກໍ່ໃຫ້ຮູ້ວ່າ, ລັດຖະບານສ.ເຊັກໂກ ຍາມໃດກໍ່ສ້າງເງື່ອນໄຂທີ່ດີທີ່ສຸດເພື່ອໃຫ້ບັນດານັກລົງທຶນຫວຽດນາມ ສາມາດລົງທຶນບັນລຸຜົນສຳເລັດຢູ່ສ.ເຊັກໂກ. ໃນຂົງເຂດວັດທະນະທຳ, ທ່ອງທ່ຽວ ແລະ ການສຶກສາ, ໜຶ່ງໃນບັນດາໂຄງການໃຫຍ່ທີ່ສຸດນັ້ນແມ່ນເປີດຊາຍຄາເຊັກໂກ ປະຈຳຮ່າໂນ້ຍ. ນອກນັ້ນ, ສ.ເຊັກໂກ ກໍ່ພວມເຮັດວຽກຢ່າງຕັ້ງໜ້າເພື່ອສ້າງຕັ້ງສະຖານກົງສູງໃຫຍ່ສ.ເຊັກໂກ ປະຈຳນະຄອນໂຮ່ຈິມິນ.

ຕອບກັບ

ຂ່າວ/ບົດ​ອື່ນ