ຫັນ​ທິດ​ພະ​ລັງ​ງານ​ໄປສູ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ວັນທີ 13 ຕຸລາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມ ພະລັງງານສະອາດ ຫວຽດນາມ ຈັດຕັ້ງເວທີປາໄສ “ຫັນທິດພະລັງງານ ຂອງ ຫວຽດນາມ ໄປສູ່ການພັດທະນາແບບຍືນຍົງ”.

ຫັນ​ທິດ​ພະ​ລັງ​ງານ​ໄປສູ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ເວທີປາໄສໄດ້ຈັດຕັ້ງຕາມຮູບແບບທາງໄກ ແລະ ໂດຍກົງ (ພາບ: congthuong.vn)

ກ່າວຄຳເຫັນໄຂເວທີປາໄສ, ທ່ານ ປ.ອ ຫງວຽນດຶກຫ໋ຽນ, ຮອງຫົວໜ້າຄະນະເສດຖະກິດ ສູນກາງ ໃຫ້ຮູ້ວ່າ ຕາມບົດລາຍງານ ກ່ຽວກັບ ດັດຊະນີຄວາມສ່ຽງ ອາກາດທົ່ວໂລກ ປີ 2020ແລ້ວ, ຫວຽດນາມ ແມ່ນ 1 ໃນ 6 ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຈາກການປ່ຽນແປງຂອງດິນຟ້າອາກາດ. ດັ່ງນັ້ນ, ບຸລິມະສິດໃນການພັດທະນາພະລັງງານຜະລິດຄືນໃໝ່ ແລະ ການນຳໃຊ້ພະລັງງານຢ່າງປະຢັດ, ມີປະສິດທິຜົນ ແມ່ນ ແຜນນະໂຍບາຍໃຫຍ່ຂອງ ຫວຽດນາມ ຈົນຮອດປີ 2030, ວິໄສທັດຮອດປີ 2045. ທ່ານກ່າວວ່າ:

ທັດສະນະນຳໃຊ້ພະລັງງານຢ່າງປະຢັດ, ມີປະສິດທິຜົນ, ປົກປັກຮັກສາສິ່ງແວດລ້ອມ ຕ້ອງໄດ້ຮັບຖືວ່າ ແມ່ນ ລັດຖະນະໂຍບາຍສຳຄັນແຖວໜ້າ, ແມ່ນຄວາມຮັບຜິດຊອບຂອງທົ່ວສັງຄົມ, ດ້ວຍເປົ້າໝາຍ ອັດຕາປະຢັດພະລັງງານໃນຍອດຈຳນວນພະລັງງານ ນຳໃຊ້ສຸດທ້າຍ ເມື່ອທຽບໃສ່ກັບແຜນການພັດທະນາປົກກະຕິ ບັນລຸ ປະມານ 7% ໃນປີ 2030 ແລະ ປະມານ 14% ໃນປີ 2045.

ທ່ານປ.ອ ຫງວຽນດຶກຫ໋ຽນ ກໍ່ໃຫ້ຮູ້ວ່າ ລັດຖະບານໄດ້ຊີ້ນຳການກໍ່ສ້າງ ແລະ ຜັນຂະຫຍາຍຍຸດທະສາດພັດທະນາພະລັງງານແຫ່ງຊາດ ແລະ ຍຸດທະສາດພັດທະນາຂະແໜງການທີ່ກ່ຽວຂ້ອງເຖິງ ພະລັງງານ, ວາງແຜນຜັງສັງລວມ ພະລັງງານແຫ່ງຊາດ, ແຜນຜັງພັດທະນາໄຟຟ້າແຫ່ງຊາດ ໃຫ້ເໝາະສົມກັບເນື້ອໃນຈິດໃຈ ຂອງ ມະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ