ຫັນ​ເປັນ​ດີ​ຈີ​ຕອນ - ມາດ​ຕະ​ການ​ຊ່ວຍ​ວິ​ສາ​ຫະ​ກິດ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄ​ວິດ - 19 ແລະ ພັດ​ທະ​ນາ

(VOVWORLD) -ຕອນບ່າຍວັນທີ 16 ຕຸລາ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ຈັດຕັ້ງເວທີປາໄສ Start up ອາຊຽນ 2020 ດ້ວຍຫົວຂໍ້ “ເວທີປປາໄສ Start up - ກາລະໂອກາດໃໝ່ໃນຍຸກສະໄໝຫັນເປັນດີຈີຕອນ”.

         ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບນະໂຍຍາຍ ແລະ ກົນໄກຊຸກຍູ້ການຮ່ວມມື Start up ແລະ ບັນດາປະເທດ ອາຊຽນ, ກຳນົດທິດນຳ ອາຊຽນ ກາຍເປັນສູນເສດຖະກິດພັດທະນາ Start up ປະດິດຄິດສ້າງ ແລະ ຍືນຍົງ; ແບ່ງປັນກ່ຽວກັບບົດບາດຂອງບັນດາວິສາຫະກິດ Start up ເຕັກໂນໂລຢີສຳລັບການພັດທະນາຂອງເສດຖະກິດດີຈີຕອນໃນ ອາຊຽນ ດ້ວຍເປົ້າໝາຍ ພັດທະນາໃຫ້ທົ່ວເຖິງ, ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ທ່ານ ຟ້າມດິ່ງດວ່ານ, ສະພາໃຫ້ຄຳປຶກສາເສດຖະກິດ ອາຊຽນ, ປະທານໂຄງການມໍລະດົກ ດີຈີຕອນ STARS ຖືວ່າ: ດ້ານດີ, ໂລກລະບາດໂຄວິດ - 19 ແມ່ນການກ່າວເຕືອນໃຫ້ບັນດາວິສາຫະກິດຕ້ອງໄປທັນກັບທ່າອ່ຽງຫັນເປັນດີຈີຕອນໂດຍໄວ ເພື່ອພັດທະນາແບບຍືນຍົງ.

        ກໍທີ່ເວທີປາໄສ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ກໍ່ໄດ້ປະກາດບົດລາຍການ ກ່ຽວກັບ “ການຫັນເປັນດີຈີຕອນ: ມາດຕະການຊ່ວຍວິສາຫະກິດຜ່ານຜ່າໄລຍະເກີດໂລກລະບາດໂຄວິດ - 19 ແລະ ພັດທະນາ”, ບັນຊີຂອງບັນດາມາດຕະການຫັນເປັນດີຈີຕອນ ຫວຽດນາມ - Digital STARS Showcasea 2020 ທາງອອນລາຍ.


ຕອບກັບ

ຂ່າວ/ບົດ​ອື່ນ