ຫັນເປັນ​ດີ​ຈີ​ຕອນໃນ​ຂົງ​ເຂດ​ການ​ສຶກ​ສາ​​ວິ​ຊາ​ຊີບ​ - ບາດ​ກ້າວເດີ​ນ​ທີ່​ເໝາະ​ສົມ​ກັບ​ທ່າ​ອ່ຽງ

(VOVWORLD) -ມີຮາກຖານສຶກສາວິຊາຊີບປະມານ 100 ແຫ່ງ ຈະຫັນເປັນດີຈີຕອນແບບສົມບູນ, 70% ຈຳນວນຮາກຖານສຶກສາວິຊາຊີບຈະຜັນຂະຫຍາຍລະບົບການສຶກສາວິຊາຊີບທາງອອນລາຍໃນປີ 2025.
ຫັນເປັນ​ດີ​ຈີ​ຕອນໃນ​ຂົງ​ເຂດ​ການ​ສຶກ​ສາ​​ວິ​ຊາ​ຊີບ​ - ບາດ​ກ້າວເດີ​ນ​ທີ່​ເໝາະ​ສົມ​ກັບ​ທ່າ​ອ່ຽງ - ảnh 1 ທ່ານ ຟ້າມຫວູກວ໊ກບິ່ງ, ຮອງຫົວໜ້າກົມໃຫຍ່ການສຶກສາວິຊາຊີບ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: dantri.com.vn)

ວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ກົມໃຫຍ່ການ ສຶກສາວິຊາຊີບ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາສ້າງ “ກອບແຜນຮ່າງການຫັນເປັນດີຈີຕອນໃນຂົງເຂດການສຶກສາວິຊາຊີບ”, ເພື່ອແນໃສ່ປຶກສາຫາລືບັນດາເນື້ອໃນພື້ນຖານ, ມຸ່ງໄປເຖິງການຫັນເປັນດີຈີຕອນທົ່ວຂະແໜງ. ລະອຽດແມ່ນ: ມີຮາກຖານສຶກສາວິຊາຊີບປະມານ 100 ແຫ່ງ ຈະຫັນເປັນດີຈີຕອນແບບສົມບູນ, 70% ຈຳນວນຮາກຖານສຶກສາວິຊາຊີບຈະຜັນຂະຫຍາຍລະບົບການສຶກສາວິຊາຊີບທາງອອນລາຍໃນປີ 2025.

ທ່ານ ຟ້າມຫວູກວ໊ກບິ່ງ, ຮອງຫົວໜ້າກົມໃຫຍ່ການສຶກສາວິຊາຊີບ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມໃຫ້ຮູ້ວ່າ:

ມີ 2 ກຳນົດທິດທີ່ວ່າ: ທີ1 ແມ່ນພວກເຮົາຕ້ອງບຳລຸງສ້າງ, ອັບເດດຄວາມຮູ້ໃໝ່ໃຫ້ກຳລັງແຮງງານ ຂອງພວກເຮົາສຳລັບຂະແໜງອາຊີບໃໝ່ທີ່ຈະປະກົດຂຶ້ນໃນອະນາຄົດ. ທີ 2 ຄວນສືບຕໍ່ອັບເດດຄວາມຮູ້, ທັກສະດ້ານເຕັກໂນໂລຢີໃຫ້ກຳລັງແຮງງານເພື່ອຮັບໃຊ້ໃຫ້ພື້ນຖານເສດຖະກິດ ແລະ ການບຳລຸງສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ