ຫັນເປັນອຸດສາຫະກຳໃນຂົງເຂດກະສິກຳ ເພື່ອພັດທະນາເສດຖະກິດຢູ່ແຂວງຈ່າວິງ

ຫັນເປັນອຸດສາຫະກຳໃນຂົງເຂດກະສິກຳ ເພື່ອພັດທະນາເສດຖະກິດຢູ່ແຂວງຈ່າວິງ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ​ຈ້ອງ ​ເຮັດ​ວຽກ​ຢູ່​ແຂວງ​ຈ່າ​ວິ​ງ)

(vovworld)- ​ໂດຍສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຈ່າ​ວິ​ງ ​​ເພື່ອກວດກາການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຂອງພັກທຸກ​ຂັ້ນ. ຕອນ​ບ່າຍ 8/3, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ການ​ນຳແຂວງ. ກ່າວ​ຄຳ​ເຫັນຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເໜີ​​ວ່າ, ໃນ​ປີ 2015 ຈ່າ​ວິ​ງ ສູ້​ຊົນ​ຢ່າງ​ຂ້ຽວຂາດ​ເພື່ອ​ບັນລຸ​ໄດ້ບັນດາ​ຄາດໝາຍ, ໜ້າ​ທີ່ຊຶ່ງ​ກອງ​ປະຊຸມ​ໃຫຍ່​ຄະ​ນະ​ພັກ​ແຂວງ ຄັ້ງ​ທີ 9 ​ໄດ້​ວາງ​ອອກ​ໃນລະດັບສູງສຸດ. ພ້ອມ​ທັງ​ກະກຽມທິດ​ທາງ, ໜ້າ​ທີ່​ໃຫ້​ໄລຍະ 5 ປີ  ​ແລະ 10 ປີຈະ​ມາ​ເຖິງ ​ເພື່ອ​ເຕີມໂຕ​ດ້ານ​ເສດຖະກິດ, ຮັກສາ​ສະຖຽນ​ລະ​ພາບເພື່ອ​ພັດທະນາ​​ແຂວງ.

           “​ແຂວງ​ຈ່າ​ວິ​ງ ພັດທະນາ​ຈາກ​ກະ​ສິ​ກຳ, ສະ​ນັ້ນ, ຕ້ອງນຳ​​ອຸດສາຫະກຳ ​ແລະ ບັນດາ​ໂຄງການ​ພັດທະນາ​ກະ​ສິກຳ​​​ເຂົ້າເພື່ອສອດຄ່ອງ​ກັບອັດຕາສ່ວນພັດທະນາ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳຂອງ​ແລະ ການ​ຮ່ວມ​ສຳພັນ​ໃນ​ເຂດ. ກ່ອນ​ອື່ນ​ໝົດ, ຕ້ອງ​​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ດ້ານເສດຖະກິດ​ກະ​ສິກຳທັງ​ເຂົ້າສານ, ລ້ຽງສັດ, ສິນ​ໃນ​ນ້ຳ, ຂຸດ​ຄົ້ນ, ນຳ​ໃຊ້​ແຫຼ່ງກຳລັງ​ທີ່​ດິນ​ຢ່າງ​ສຸດ​ຂີດ. ​ບັນຫາໜຶ່ງ​ອີກ​ນັ້ນ​ແມ່ນ, ​ແຫຼ່ງຊັບພະຍາກອນ​ມະນຸດ​​ຂອງ​ແຂວງ​ແມ່ນ​ອຸດົມສົມ​ບູນພໍ​ສົມຄວນ ຍ້ອນ​ເຫດ​ນັ້ນ, ຕ້ອງ​ບຳລຸງ​ສ້້າງ​ວິຊາ​ຊີບ, ຫັນປ່ຽນ​ອາຊີບ, ຍົກ​ສູງ​ລະ​ດັບ​ວິທະຍາ​ດສ​າດ​ເຕັກ​ໂນ​ໂລ​ຊີ  ​ເພື່ອ​ພັດທະ​ນາ​ກະສິກຳ.”

              ທ່ານ​ເລຂາທິການ​ໃຫຍ່​ກໍ​ສະ​ເໜີ​ແຂວງ​ຈ່າ​ວິ​ງ ເອົາ​ໃຈ​​ໃສ່​​ເປັນພິ​ເສດ​ເຖິງ​ວຽກ​ງານ​​ຊົນລະປະ​ທານ, ບັນຫາ​ນ້ຳ​ເຄັມ, ​ແຊກ​ຊຶມ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາ​ກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ. ທ່ານ​ເລຂາທິການ​ໃຫຍ່ ກາວ​ເຕື່ອນວ່າ, ​ແຂວງຈ່າ​ວິ​ງ ຕ້ອງ​ເອົາ​ໃຈ​ໃສ່​ປະຕິບັດ​ວຽກ​ງານ​ຊົນ​ເຜົ່າ, ສາສະໜາ, ​ເພີ​່ມທະວີກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​​ໃຫ້​ເປັນ​ຢ່າງ​ດີ ເພື່ອ​ພ້ອມກັນກໍ່​ສ້າງບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດຊາດ.

ຂ່າວ/ບົດ​ອື່ນ