ຫລາຍທ້ອງຖິ່ນປຸກລະດົມບັ້ນ“ຢາດເລືອດແດງ”ລະດູຮ້ອນປີ2013

ຫລາຍທ້ອງຖິ່ນປຸກລະດົມບັ້ນ“ຢາດເລືອດແດງ”ລະດູຮ້ອນປີ2013 - ảnh 1
​ຊາວ​ຫ​ນຸ່ມ​ຫວຽດ​ນາມບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວ​າມ​ສະ​ໝັກ​ໃຈ
ພ​າບ:internet

(vovworld) -  ​ໂດຍ​ຕອບ​ສະຫນອງ“ວັນ​ໂລກ​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດດ້ວຍ​ຄວາມ​ສະໝັກ​ໃຈ” ຄື​ວັນ​ທີ 14/6, ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ປຸກລະດົມ​ບັ້ນ“​ຢາດ​ເລືອດ​ແດງ”ລະດູ​ຮ້ອນ​ປີ 2013. ວັນ​ທີ 14/6,​ ຄະນະ​ຊີ້​ນຳ​ການ​ຂົນຂວາຍ​ບໍລິຈາກເລືອດດ້ວຍ​ຄວາມ​ສະໝັກ​ໃຈ​ແຂວງ ດົ່ງ​ນາຍ ​ໄດ້​ຈັດການ​ສະຫລຸບ​ວຽກ​ງານ​ຂົນຂວາຍ​ບໍລິຈາກ​ເລືອດ​ມະນຸດ​ສະ​ມຳ ​ແລະ ​ເຊີດ​ຊູ​ບັນດາ​ຜູ້​ບໍລິຈາກ​​ເລ​ືອດ ເລືອດດ້ວຍ​ຄວາມ​ສະໝັກ​ໃຈ​ປີ 2012. ມີ​ 114 ໝູ່​ຄະນະ ​ແລະ 128 ສ່ວນ​ບຸກຄົນ​ໄດ້​ຮັບ​​ໃບ​ຍ້ອງຍໍ​ຂອງ​ສູນ​ກາງ​ສະພາກາ​ແດງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແລະ ຂອງ​ສະພາກາ​ແດງ​ແຂວງ. ​​ເນື່ອງ​ໃນ​​ໂອກາດ​ນີ້ ຫົວຫນ້າ​ຄະນະ​ຊີ້​ນຳ​ການ​ຂົນຂວາຍ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ​ແຂວງ​ໄດ​້ປຸກລະດົມ​ບັ້ນ“ຢາດ​ເລືອດ​ແດງ”ປີ 2013, ຮຽກຮ້ອງ​ທຸກ​ຂັ້ນ, ຂະ​ແຫນງ​ການ​ຕັ້ງຫນ້າ​ຕອບ​ສະຫນອງ​ບັ້ນ​ດັ່ງກ່າວ​.

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ​ແຂວງ​ລ່າວ​ກາຍ​ກໍ​ໄດ້​ຈັດ​ຕັ້ງ​ພິທີ​ລຸກ​ລະດົມ​ບັ້ນ“ຢາດ​ເລືອດ​ແດງ” ລະດູ​ຮ້ອນ​ປີ 2013 ​ແລະ ​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ ​. ບັ້ນ​ດັ່ງກ່າວ​ຈະ​ແກ່ຍາວ​ຮອດ​ວັນ​ທີ 2/9/2013.

ຂ່າວ/ບົດ​ອື່ນ