ຫຼວງພໍ່ອາເມລິກາຕີລາຄາສູງນະໂຍບາຍເຊືອຖືສາສະໜາຂອງຫວຽດນາມ

ຫຼວງພໍ່ອາເມລິກາຕີລາຄາສູງນະໂຍບາຍເຊືອຖືສາສະໜາຂອງຫວຽດນາມ - ảnh 1
(ຫຼວງພໍ່ອາເມລິກາຕີລາຄາສູງນະໂຍບາຍ
ເຊືອຖືສາສະໜາຂອງຫວຽດນາມ)

(vovworld) - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຫວ່າງ​ແລ້ວນີ້ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ຄະ​ນະ​ກຳ​ມະ​ການ​ສາ​ສະ​ໜາ​ລັດ​ຖະ​ບານ, ໂດຍ​ທ່ານຮອງ​ຫົວ​ໜ້າ​ຄະ​ນະ ບຸຍ​ແທງ​ຮ່າ ນຳ​ໜ້າ, ໄດ້​ຈັດ​ຕັ້ງ​ການ​ໂອ້ລົມ​ສົນ​ທະ​ນາ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ສະ​ພາບ​ການ​ດ້ານ​ສາ​ສະ​ໜາ, ຜົນ​ງານ ກໍ​ຄື​ນະ​ໂຍບ​າຍ​ທາງ​ສາ​ສະ​ໜາ​ຢູ່​ຫວຽດ​ນາມ. ທີ່​ການ​ໂ​ອ້​ລົມ​ສົນ​ທະ​ນາ, ​ທ່ານ ບຸຍ​ແທງ​ຮ່າ ໄດ້​ຕອບບັນ​ດາ​ຄຳ​ຖ​າມ​ຂອງ​ບັນ​ດາ​ຜູ້​ແທນ​ອາ​ເມ​ລິ​ກາ ກ່ຽວ​ກັບ​ສະ​ພາບ​​ເຫຼືອ​ໃຊສາ​ສະ​ໜາ​ຢູ່​ຫວຽດ​ນາມ, ກໍ​ຄື​ບັນ​ດ​າ​ຜົນ​ງານ ແລະ ນະ​ໂຍ​ບາຍ​ ສາ​ສະ​ໜາ​ຢູ່​ຫວຽດ​ນາມ.

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ບັນ​ດາ​ການ​ໂ​ອ​້​ລົມ​ສົນ​ທະ​ນາ​ແລກ​ປ່ຽນ​ກັບ​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ຂອງ​ອາ​ເມ​ລິ​ກາ ກໍ​ຄື​ຄະ​ນະ​ກຳ​ມະ​ການ​ເສ​ລີ​ທາງສາ​ສະ​ໜາ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ສະ​ມາ​ຊິກ​​ສະ​ພາ​ສູງ, ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຢູ່​ອາ​ເມ​ລິ​ກາ ຈຳ​ນວນ​ໜຶ່ງ. ຜ່ານນັ້ນ​ເພື່ອ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ສະ​ພາບ​​ການ​ສາ​ສະ​ໜາ ແລະ ນະ​ໂຍ​ບາຍ​ດ້ານ​ສາ​ສະ​ໜາ​ຢູ່​ຫວຽດ​ນາມ. ​ສິ່ງນີ້​ຈະ​ຊ່ວຍ​ແກ້​ໄຂ​ຂໍ້​ຕິດ​ຂັດ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ເສ​ລີ​ທາງ​ດ້ານ​ສາ​ສະ​ໜາ​ຢູ່​ຫວຽດ​ນາມ.”

        Bob Roberts, ຫຼວງ​ພໍ່​ຂັ້ນ​ສູງຂອງສະ​ມາ​ຄົມ​ສາ​ສະ​ໜາ​ໂປ​ແຕັກ​ຕັງ Northwood, ຢືນ​ຢັນ​ວ່າ.

        “ບັນ​ດາ​ສາ​ສະ​ໜາ​ຢູ່​ຫວຽດ​ນາມ ລ້ວນ​ແຕ່​ພວມໄດ້​ຮັບ​ການ​ພັດ​ທະ​ນາ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ລັດ​ຖ​ະ​ບານ​ຫວຽດ​ນາມ ພວມ​ສ້າງ​ເງື່ອ​ນ​ໄຂເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ດຳ​ເນີນ​​ຊີ​ວິດ​ທາງສາ​ສະ​ໜາ​ຂອງ​ຕົນ. ຫວຽດ​ນາມ ແມ່ນ​ປະ​ເທດ​ເຄົາ​ລົບ​ສາ​ສະ​ໜາ ຍ້ອນ​ພວກ​ເພື່ອນ​ເຄົາ​ລົບ​ນັ​ບ​ຖື​ບັນ​ພະ​ບຸ​ລຸດ, ສາ​ສະ​ໜາ​ພຸດ, ສາ​ສະ​ໜາ​​ກາ​ໂຕນ​ິກ. ​ຂ້າ​ພະ​ເຈົ້າ​ຄິດ​ວ່າ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​​ເຫຼື້ອມ​ໃສ, ​ສາ​ສະ​ໜາ ຂອງ​ພວກ​ເພື່ອນ​ແມ່ນ​ບາດ​ກ້າວ​ຕັ້ງ​ໜ້າ ແລະ ຖືກ​ທິດ”.

ຂ່າວ/ບົດ​ອື່ນ