ຫົວຫນ້າອົງການກວດກາລັດຖະບານຫວຽດນາມຕອບຄຳຊັກຖາມກ່ຽວກັບການສຸມໃສ່ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫລວງ

ຫົວຫນ້າອົງການກວດກາລັດຖະບານຫວຽດນາມຕອບຄຳຊັກຖາມກ່ຽວກັບການສຸມໃສ່ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫລວງ - ảnh 1
ທ່ານ ຮີ່ງຟອງ​ແຈງ
photo:internet

(vovworld)-​ ຕອນ​ເຊົ້າ​ວັນ​ທີ 12/6, ​ໃນ​ວາລະ​ຊັກ​ຖາມ​ທ່ານ ຮີ່ງຟອງ​ແຈງ,​ ຫົວຫນ້າ​ອົງການ​ກວດກາ​ລັດຖະບານ​ຫວຽດນາມ, ບັນດາຄຳ​ຊັກ​ຖາ​ມຊື່​ງສະມາຊິກ​ສະພາ​ແຫ່ງ​ຊາດ(ສສຊ) ຍົກ​ອອກ​ມາ ລ້ວນ​ແຕ່​ສຸມ​ໃສ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ​ເມື່ອ​ເຕື້ອງ​ເຖິງ​ເນື້ອ​ໃນ​ນີ້, ທ່ານ ຮີ່ງຟອງ​ແຈງ ຢືນຢັນ​ວ່າ: ວຽກ​ງານ​​​​​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ບັນຫາທີ່​ໄດ້​ຮັບ​ຄວາມ​ສົນ​ໃຈປະຕິບັດ​ຈາກ​ທັງ​ລະບົບ​ການ​ເມືອງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຈິງ​ໃຫ້​ເຫັນ​ວ່າ ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຍັງ​ບໍ່​ທັນ​ບັນລຸ​ຄຳ​ຮຽກຮ້ອງ​ຕ້ອງການ ​ແລະ ສະພາບ​ການ​ສໍ້​ລາດ​ບັງ​ຫລວງ​ບໍ່​ທັນ​ມີ​ສັນຍານ​ຫລຸດ​ລົງເທື່ອ​. ທ່ານ ຮີ່ງຟອງ​ແຈງ ຄາດ​ຄະ​ເນ​ວ່າ: ສະພາບ​ການ​ສໍ້​ລາດ​ບັງ​ຫລວງ​ ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢ່າງ​ຮ້າຍແຮງ ​ແລະ ​ເລິກ​​ແລບ.

ກ່ຽວ​ກັບ​ການ​ແກ້​ໄຂ​ກໍລະນີ​ສໍ້​ລາດ​ບັງ​ຫລວງ​ໃນ​ອົງການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ທ່ານ ຮີ່ງຟອງ​ແຈງ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 2011-2013, ອົງການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໄດ້​ປັບ​ໄຫມ​ລົງ​​ໂທດພະນັກງານ 85 ຄົນ​ໃນ​ຈຳນວນພະນັກງານ​ທົ່ວ​ຂະ​ແຫນງ 28.000 ຄົນ. ທ່ານ ຮີ່ງຟອງ​ແຈງ ​ກ່າວ​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ສຸມ​ໃສ່​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫລວງ​, ​ເປັນ​ຕົ້ນ​​ແມ່ນເພີ່ມ​ທະວີ​ວຽກ​ງານ​ສຶກສາ​ດ້ານ​ການ​ເມືອງ, ​ແນວ​ຄິດ​ໃຫ້​ແກ່​ພະນັກງານ​ກວດກາ, ປະກາດ​ໃຊ້​ບັນດາ​ຂໍ້​ກຳນົດ​ເພື່ອ​ຄຸ້ມ​ຄອງ​ຢ່າງ​ແຫນ້ນ​ແຟ້ນ​ໃນຂະ​ແຫນງ​, ຍົກ​ສູງ​ຄວາ​ມຮັບຜິດຊອບ​ຂອງ​ຫົວຫນ້າ​​ໃນເລື່ອງປະ​​ໃຫ້​ເກີດ​ການ​ສໍ້​ລາດ​ບັງ​ຫລວງ.”

       

 

ຂ່າວ/ບົດ​ອື່ນ