ຫວຽດນາມ ກວດພົບຜູ້ຕິດເຊື້ອ ໂຄວິດ- 19 ເພີ່ມອີກ 1 ກໍລະນີ

(VOVWORLD) -ຄົນເຈັບດັ່ງກ່າວ ແມ່ນເພດຍິງ ອາຍຸ 36 ປີ ຢູ່ເມືອງ ເທືອງຕີນ ຮ່າໂນ້ຍ

ຕາມກະຊວງສາທາລະນະສຸກຫວຽດນາມແລ້ວ ຮອດ 18 ໂມງຂອງວັນທີ 14 ເມສາ, ຫວຽດນາມ ກວດພົບຜູ້ຕິດເຊື້ອ ໂຄວິດ- 19 ເພີ່ມອີກ 1 ກໍລະນີ, ຍົກຈຳນວນຜູ້ຕິດເຊື້ອໂຄວິດ 19 ຂຶ້ນເປັນ 266 ຄົນ, ໃນນັ້ນ ມີ 169 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ. ຄົນເຈັບດັ່ງກ່າວ ແມ່ນເພດຍິງ ອາຍຸ 36 ປີ ຢູ່ເມືອງ ເທືອງຕີນ ຮ່າໂນ້ຍ. ແຕ່ວັນທີ 8 – 10 ມີນາ, ແມ່ຍິງຄົນນີ້ໄດ້ມາໂຮງໝໍ ແບກມາຍ. ປະຈຸບັນ ຄົນເຈັບທີ 266 ໄດ້ສົ່ງມາປິ່ນປົວຢູ່ ໂຮງໝໍພະຍາດເຂດຮ້ອນສູນກາງ ດົງແອງ.

ຕອບກັບ

ຂ່າວ/ບົດ​ອື່ນ