ຫວຽດນາມ - ການາດາ ມຸ່ງໄປສູ່ການພົວພັນ ຄູ່ຮ່ວມມືຮອບດ້ານ, ໝັນຄົງ, ຍາວນານ

ຫວຽດນາມ - ການາດາ ມຸ່ງໄປສູ່ການພົວພັນ ຄູ່ຮ່ວມມືຮອບດ້ານ, ໝັນຄົງ, ຍາວນານ - ảnh 1
ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາ​ງການ​ທູດ​
ລະຫວ່າງ​ຫວຽດນາມ - ກາ​ນາ​ດາ
(ພາບ: vietnamplus.vn)


(vovworld) - ຕອນ​ຄໍ່າ​ວັນ​ທີ 05 ພະຈິກ, ຢູ່​ນະຄອນຫຼວງ ​ໂອດ​ຕາ​ວາ, ສະຖານທູດ ຫວຽດນາມ ປະຈຳກາ​ນາ​ດາ ​ໄດ້​ຈັດ​ພິທີ​ຮັບ​ແຂກ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາ​ງການ​ທູດ​ລະຫວ່າງ​ຫວຽດນາມ - ກາ​ນາ​ດາ. ຕາງ​ໜ້າ​ໃຫ້​ລັດຖະບານ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດກາ​ນາ​ດາ, ທ່ານ​ລັດຖະມົນຕີ​ຜູ້​ຮັບຜິດຊອບ​ກ່ຽວ​ກັບ​ການ​ຕ່າງປະ​ເທດ​ຢູ່​ສະພາ​ແຫ່ງ​ຊາດ Deepak Obhrai ​ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ກາ​ນາ​ດາ ​ເຊິ່ງ​ໄດ້​ຮັບ​ການ​ພັດທະນາ​ຢູ່​ທຸກ​ຂັ້ນ, ຈາກ​ຂັ້ນ​ລັດ ຕະຫຼອດ​ຮອດ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ບຸກຄົນ, ​ເຊິ່ງ​ຂີດ​ໝາຍ​ແມ່ນການ​ພົບ​ປະ ​ແລະ ການ​ຢ້ຽມຢາມ​ຕ່າງໆ​ຂອງ​ການ​ນຳ 2 ປະ​ເທດ ​ແລະ ກໍ່ຕາມ​ທ່ານ Deepak Obhrai ​ແລ້ວ, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ - ກາ​ນາ​ດາ ​ໃນ​ປີ 2012 ບັນລຸ​ເກືອ​ບ 2 ຕື້ USD. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິ​ສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ ຫວຽດນາມ ປະຈຳກາ​ນາ​ດາ ​ໂຕ​ແອ​ງຢຸງ ຢືນຢັນ​ວ່າ: ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ໃນ​ຫຼາຍ​ດ​້ານ, ມຸ່ງ​ໄປ​ສູ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ ​ແລະ ຍາວ​ນານ ​ນັບ​ທັງ​ການ​ພົວພັນ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ​​ໂຕ​ແອ​ງຢຸງ ຕີ​ລາຄາ​ວ່າ ປະຈຸ​ບັນ​ແມ່ນ​ຈຸດ​ເວລາ​ທີ່​ສະດວກ​ເພື່ອ​ໃຫ້ 2 ປະ​ເທດ​ຊຸກຍູ້​ການ​ພົວພັນ 2 ຝ່າ​ຍ​ໃຫ້​ພັດທະນາ​ກວ່າ​ອີກ, ຍ້ອນ​ກາ​ນາ​ດາ ມີ​ແຜນ​ນະ​ໂຍບາຍ​ຖື​ເປັນ​ສຳຄັນ ​ແລະ ​ເປີດ​ກວ​້າງການ​ພົວພັນ​ຮ່ວມ​ມື​ກັບ​ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ. ສະຖານທູດ ​ແລະ ກົງ​ສູນ​ໃຫຍ່​ສະຖານທູດ​ຫວຽດນາມ ປະຈຳກາ​ນາ​ດາ ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັນຢ່າງ​ແໜ້ນ​ແຟ້ນກັບ​ບັນດາອົງການ​ທີ່​ກ່ຽວຂ້ອງ​ຂອງ​ກາ​ນາ​ດາ ​ເພື່ອຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກວ່າ​ອີກ.

ຂ່າວ/ບົດ​ອື່ນ