ຫວຽດນາມ ຄ້ວາໄດ້ 7 ຫຼຽນຄຳທີ່ Sea games 29

(VOVWORLD) - ຫຼຽນຄຳທີ 3 ຂອງນັກກິລາ ຍິງທະນູ ຈູດຶກແອງ ໃນລາຍການຍິງທະນູສາຍດ່ຽວບັນດານັກກິລາ ຫວຽດນາມ ຍາດໄດ້ຫຼຽນຄຳທີ 4 ເນື້ອໃນໝູ່ຄະນະຊາຍ. 
ຫວຽດນາມ ຄ້ວາໄດ້ 7 ຫຼຽນຄຳທີ່ Sea games 29 - ảnh 1 ນັກກິລາ ຫວຽດນາມ ທີ່ງານມະຫາກຳກິລາ Sea games 29

ໃນວັນທີ 20 ສິງຫາ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ 4 ຫຼຽນຄຳຢູ່ງານມະຫາກຳກິລາ Sea games 29 ຕື່ມອີກ, ໃນນັ້ນ ມີຫຼຽນຄຳ 2 ຫຼຽນແມ່ນໄດ້ມາຈາກປະເພດກິລາມວຍ wushu ຍິງ ໂດຍ ເຢືອງຖູ້ຍວີ ແລະ ຮ່ວາງທິເຟືອງຢາງ. ຫຼຽນຄຳທີ 3 ຂອງນັກກິລາ ຍິງທະນູ ຈູດຶກແອງ ໃນລາຍການຍິງທະນູສາຍດ່ຽວບັນດານັກກິລາ ຫວຽດນາມ ຍາດໄດ້ຫຼຽນຄຳທີ 4 ເນື້ອໃນໝູ່ຄະນະຊາຍ. ຕອນເຊົ້າວັນທີ 21 ສິງຫາ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ຫຼຽນຄຳທີ 5 ຢູ່ Sea games 29. ນັ້ນແມ່ນຫຼຽນຄຳໃນປະເພດກິລາມວຍ wushu ຂອງນັກກິລາ ເຢືອງຖ້ຍວີ ແລະ ນີ້ແມ່ນຫຼຽນຄຳທີ 2 ຂອງ ເຢືອງຖູ້ຍວີ ທີ່ Sea games 29. ສຳລັບຫຼຽນຄຳທີ 6 ແມ່ນໄດ້ແກ່ນັກກິລາແຂ່ງລົດຖີບ ຫງວຽນທິເທິດ. ສ່ວນຫຼຽນຄຳດວງທີ 7 ແມ່ນໄດ້ແກ່ນັກກິລາຟັນດາບຊາຍ ວູ້ແທ່ງອານ. 

ຕອບກັບ

ຂ່າວ/ບົດ​ອື່ນ