ຫວຽດ​ນາມ ຈັດ​ການ​ເຄື່ອນໄຫວຫຼາຍ​ຢ່າງ​ໃນ​ໂອ​ກາດ​ວັນບູ​ຊາ​ເຈົ້າຊີ​ວິດ​ຮຸ່ງ

(VOVWORLD) -ພິທີບູຊາເຈົ້າຊີວິດຮຸ່ງ ປີ 2021 ມີຫົວຂໍ້ “ອວ່າຍໜ້າເມືອຫາເຈົ້າຊີວິດຮຸ່ງ”.

     ໃນພິທີບູຊາເຈົ້າຊີວິດຮຸ່ງ ປີ 2021 ມີຫົວຂໍ້ “ອວ່າຍໜ້າເມືອຫາເຈົ້າຊີວິດຮຸ່ງ”, ຄະນະຄຸ້ມຄອງສວນສາທາລະນະປະຫວັດສາດ - ວັດທະນະທຳບັນດາເຜົ່າ, ນະຄອນຖູດຶກ, ໂຮ່ຈີມິນ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ດ້ວຍເນື້ອໃນທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ. ລະອຽດແມ່ນ ນັບແຕ່ວັນທີ 18 ເມສາ  ຫາວັນທີ 21 ເມສາ 2021, ຂັ້ນຕອນຈັດພິທີ ຈະຖືກດຳເນີນຢູ່ເຂດອະນຸສອນສະຖານ ວິຫານ ເຈົ້າຊີວິດຮຸ່ງ, ຢູ່ ສວນສາທາລະນະປະຫວັດສາດວັດທະນະທຳ - ບັນດາເຜົ່າ ດ້ວຍບັນດາພິທີກຳທີ່ເປັນມູນເຊື້ອຄື ພິທີແຫ່, ພິທີຖະຫວາຍ ຕາມປະເພນີດັ້ງເດີມ; ພິທີຖະຫວາຍທູບທຽນ ແລະ ດອກໄມ້ຢູ່ ວິຫານບູຊາເຈົ້າຊີວິດຮຸ່ງ… ສ່ວນງານບຸນ ລວມມີກິດຈະກຳວາງສະແດງຕາມຫົວຂໍ້ ວັດທະນະທຳ ດົງເຊີນ ເຊິ່ງຖືກດຳເນີນແຕ່ວັນທີ  18 ເມສາ ຫາວັນທີ 23 ເມສາ ເພື່ອແນະນຳວັດຖຸພັນ 37 ຢ່າງ ກ່ຽວກັບການຜະລິດ, ອາວຸດ, ຄ້ອງບັ້ງ, ເຄື່ອງໃຊ້ສອຍ, ເຄື່ອງເອ້ຢ້ອງ… ທີ່ໄດ້ອະນຸລັກຮັກສາເໝືອນເດີມ; “ງານບຸນແຂ່ງຂັນຫໍ່ເຂົ້າຕົ້ມ ຖະຫວາຍບູຊາເຈົ້າຊີວິດຮຸ່ງ” ຄັ້ງທີ 3 ປີ 2021…

ຫວຽດ​ນາມ ຈັດ​ການ​ເຄື່ອນໄຫວຫຼາຍ​ຢ່າງ​ໃນ​ໂອ​ກາດ​ວັນບູ​ຊາ​ເຈົ້າຊີ​ວິດ​ຮຸ່ງ - ảnh 1ງານບຸນແຂ່ງຂັນຫໍ່ເຂົ້າຕົ້ມ ຖະຫວາຍບູຊາເຈົ້າຊີວິດຮຸ່ງ” ຄັ້ງທີ 3 ປີ 2021 (ພາບ:TTXVN)
      ສ່ວນຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ, ນະຄອນ ຫວຽດຈີ, ແຂວງ ຝຸຖໍ້, ທ່ານ ເລເຈື່ອງຢາງ, ຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານດັ່ງກ່າວ ໃຫ້ຮູ້ວ່າ ໃນວັນທີ 17 ແລະ 18 ເມສາ ຜ່ານມາ ໄດ້ຕ້ອນຮັບແຂກທີ່ມາຈາກສາລະທິດປະມານ 60.000 ເທື່ອຄົນ ມາຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດຮຸ່ງ.
ຫວຽດ​ນາມ ຈັດ​ການ​ເຄື່ອນໄຫວຫຼາຍ​ຢ່າງ​ໃນ​ໂອ​ກາດ​ວັນບູ​ຊາ​ເຈົ້າຊີ​ວິດ​ຮຸ່ງ - ảnh 2ແຂກມາຈາກສາລະທິດມາຖະຫວາຍທູບທຽນ ຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ, ນະຄອນ ຫວຽດຈີ ໃນວັນທີ 17 - 18 ເມສາ (ພາບ: TTXVN)

        ເນື່ອງໃນໂອກາດນີ້, ວັນທີ 18 ເມສາ, ຄະນະປະສານງານຊາວ ຫວຽດນາມ ແລະ ສະຫະພັນ ແມ່ຍິງ ຫວຽດນາມ ຢູ່ ມາເລເຊຍ ກໍໄດ້ຈັດຕັ້ງພິທີບູຊາເຈົ້າຊີວິດຮຸ່ງຂຶ້ນ ຢ່າງສົມກຽດ ຕາມບັນດາພິທີກຳທີ່ເປັນມູນເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ