ຫວຽດນາມ- ຈຸດນັດພົບດູດດື່ມຂອງບັນດານັກລົງທຶນຈີນ

(VOVWORLD) -ວັນທີ 10 ພຶດສະພາ ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມສົ່ງເສີມການຄ້າການລົງທຶນຫວຽດນາມ - ຈີນ ປີ 2019. 
ຫວຽດນາມ- ຈຸດນັດພົບດູດດື່ມຂອງບັນດານັກລົງທຶນຈີນ - ảnh 1ກຸ່ມບໍລິສັດ YingKe ໄດ້ເລືອກເຟັ້ນຫວຽດນາມ ແມ່ນສະຖານທີ່ເພື່ອລົງທຶນ (ພາບ: baodautu.vn) 

ທີ່ກອງປະຊຸມ ບັນດາວິສາຫະກິດ ໄດ້ຮັບຂໍ້ມູນຂ່າວສານ, ອັບເດັດບັນດາຄຳເຫັນຕີລາຄາ, ການຄາດຄະເນຂອງບັນດານັກຊ່ຽວຊານກ່ຽວກັບບັນດາສິ່ງທ້າທາຍ, ກາລະໂອກາດການລົງທຶນໃນປີ 2019, ແນະນຳການໝູນໃຊ້ບັນດາບຸລິມະສິດການຄ້າ ການລົງທຶນ ຕາມກົດໝາຍຫວຽດນາມ, ການບຸລິມະສິດຕາມບັນດາສັນຍາການຄ້າເສລີ (FTA) ຊື່ງຫວຽດນາມ ແມ່ນສະມາຊິກ. ນອກນັ້ນ ບັນດານັກລົງທຶນ ແລະນັກທຸລະກິດ ກໍ່ໄດ້ເຂົ້າຮ່ວມການເຊື່ອມຕໍ່ທຸລະກິດ, ສະຫນອງຂໍ້ມູນຂ່າວສານກາລະໂອກາດການລົງທຶນ, ການຄ້າ. ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນການລົງທຶນຢູ່ຫວຽດນາມ, ທ່ານ Huang Rong ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ YingKe VietNam ຈຳກັດ ໃຫ້ຮູ້ວ່າ:

“ປະຈຸບັນ ມີນັກທຸລະກິດຫລາຍຄົນຂອງກຸ່ມບໍລິສັດ YingKe ໄດ້ເລືອກເຟັ້ນຫວຽດນາມ ແມ່ນສະຖານທີ່ເພື່ອລົງທຶນ. ນີ້ກໍ່ແມ່ນເຫດຜົນ ຊື່ງກຸ່ມບໍລິສັດ YingKe Viet Namໄດ້ເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ເພືື່ອລົງທຶນ. ຍ້ອນຫວຽດນາມ ມີພື້ນຖານໂຄງລ່າງດີທີ່ສຸດ, ສີມືກຳມະກອນສູງ, ຄ່າແຮງງານກໍ່ຕ່ຳ.”

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ