ຫວຽດ​ນາມ ຈັດສົ່ງພົນລະເມືອງ ຫວຽດນາມ ຈຳນວນ 240 ຄົນຈາກ ມຽນມາ ກັບມາປະເທດ

(VOVWORLD) -ໃນວັນທີ 21 ພຶດສະພາອົງການທີ່ມີໜ້າທີ່ຂອງ ຫວຽດນາມສະຖານທູດ ຫວຽດນາມ ປະຈຳ ມຽນມາ ແລະບໍລິສັດການບິນ Vietjet Air ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ປະເທດປະຈຳຖິ່ນນຳສົ່ງພົນລະເມືອງ ຫວຽດນາມ ຈຳນວນ 240 ຄົນຈາກມຽນມາ ກັບມາປະເທດຢ່າງປອດໄພ.
ຫວຽດ​ນາມ ຈັດສົ່ງພົນລະເມືອງ ຫວຽດນາມ ຈຳນວນ 240 ຄົນຈາກ ມຽນມາ ກັບມາປະເທດ - ảnh 1ນຳສົ່ງພົນລະເມືອງ ຫວຽດນາມ ຈຳນວນ 240 ຄົນຈາກ ມຽນມາ ກັບມາປະເທດ

ນີ້ແມ່ນບັນດາພົນລະເມືອງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ມີຄວາມມຸ່ງມາດປາດຖະໜາຢາກກັບມາປະເທດ, ໃນນັ້ນມີເດັກນ້ອຍທີ່ມີອາຍຸຕ່ຳກວ່າ 18 ປີ, ຜູ້ອາຍຸສູງ, ຄົນເຈັບເປັນ ແລະ ຜູ້ມີພະຍາດກ່ອນແລ້ວ, ຜູ້ຍິງຖືພາ,  ພະສົງສຳມະເນນ ແລະ ພຸດທະສາສະນິກະຊົນ ຕ້ອງກັບມາປະເທດຍ້ອນບັນດາໂຮງຮຽນສົງອັດປະຕູ, ນັກທ່ອງທ່ຽວຖືກຕິດຄ້າງ, ຜູ້ອອກແຮງງານທີ່ມີວີຊາໝົດກຳນົດ, ສິ້ນສຸດສັນຍາແຮງງານ ແລະ ນັກຮຽນທີ່ສຳເລັດຫຼັກສູດການຮຽນ.

ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ດ່ານັ໋ງຢ່າງປອດໄພ, ຜູ້ໂດຍສານທັງໝົດໃນຖ້ຽວບິນນີ້ໄດ້ກວດສຸຂະພາບ ແລະ ນສົ່ໄປຍັງຮາກຖານແຍກຕົວຢ່າງຖືກຕ້ອງຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ