ຫວຽດ​ນາມ ຈະ​ຜັນ​ຂະ​ຫຍາຍ​ປາ​ສ​ປໍ​ວັກ​ຊິນ​ຢ່າງ​ກ້​ວາງ​ຂວາງ

(VOVWORLD) - ຄາດວ່າ ໃນຕົ້ນອາທິດໜ້າ, ກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຜັນຂະຫຍາຍການອອກປາສປໍວັກຊິນ ໃຫ້ແກ່ 63 ແຂວງນະຄອນ ແລະ ຫັງຈາກນັ້ນ ຈະເລີ່ມອອກປາສປໍວັກຊິນຢ່າງເປັນທາງການຢ່າງກ້ວາງຂວາງ.

   ຕາມກະຊວງສາທາລະນະສຸກຫວຽດນາມ ແລ້ວ, ໃນວັນທີ 1 ເມສາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ 19 ລວມທັງໝົດ 72.556 ຄົນ ແລະ ນັບແຕ່ ເກີດໂລກລະບາດຈົນຮອດປະຈຸບັນ,  ຫວຽດນາມ ມີຜູ້ຕິດເຊື້ອພະຍາດສະສົມທັງໝົດແມ່ນ 9.650.663 ຄົນ, ຢືນອັນດັບທີ 12 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນ. ມາຮອດປະຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 7.606.476 ຄົນ, ມີຜູ້ເສຍຊີວິດ 42.526 ຄົນ.

  ຄາດວ່າ ໃນຕົ້ນອາທິດໜ້າ, ກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຜັນຂະຫຍາຍການອອກປາສປໍວັກຊິນ ໃຫ້ແກ່ 63 ແຂວງນະຄອນ ແລະ ຫັງຈາກນັ້ນ ຈະເລີ່ມອອກປາສປໍວັກຊິນຢ່າງເປັນທາງການຢ່າງກ້ວາງຂວາງ.

   ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງເຊົ້າຂອງວັນທີ 2 ເມສາ (ຕາມເວລາ UTC), ໂລກໄດ້ຢືນຢັນມີຜູ້ຕິດເຊື້ອພະຍາດໂຄວິດ 19 ກ່ວາ 490 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 6.17 ລ້ານຄົນ.

   ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຮ້າຍແຮງກ່ວາໝູ່ ຈາກໂລກລະບາດໂຄວິດ 19 ດ້ວຍຈຳນວນ ຜູ້ຕິດເຊື້ອພະຍາດກ່ວາ 81,8 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 1 ລ້ານຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

   ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ 19 ຕື່ມອີກ 12 ລ້ານຄົນ, ໃນນັ້ນ, ສ.ເກົາຫຼີ ຢືນອັນດັບທີ່ 1 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດກ່ວາ 264.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ