ຫວຽດນາມ ຊຸກຍູ້ການຮ່ວມມື ດ້ານເຕັກໂນໂລຊີສູງກັບຍີ່ປຸ່ນ

ຫວຽດນາມ ຊຸກຍູ້ການຮ່ວມມື ດ້ານເຕັກໂນໂລຊີສູງກັບຍີ່ປຸ່ນ - ảnh 1
( ພາບປະກອບ )

( vovworld ) –   ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ​, ຕອນ​ເຊົ້າ​ວັນ​ທີ 23/3, ຢູ່ໂຕ​ກຽວ, ທ່ານ​ປທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະ​ຄອນ ​ຮ່າ​ໂນ້ຍ Nguyen The Thao ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​​ຮ່ວມ​ມື​ພັດທະນາ​ເຂດ​ອຸດສາຫະກຳ​ສຳຮອງ​ທາງທິດໃຕ້ນະຄອນ ຮ່າ​ໂນ້ຍ ລະຫວ່າງ​ບໍລິສັດ​ນຫຸ້ນ​ສ່ວນລົງທຶນ​ພັດທະນາ N&G ( ຫວຽດນາມ ) ກັບ​ກຸ່ມ​ບໍລິສັດ​ໃຫຍ່​ກໍ່ສ້າງ Shimizu ( ຍີ່ປຸ່ນ ). ​ຄາດ​ວ່າໂຄງການ​ມີ​ຍອດຈຳນວນ​ທຶນ​ 1 ຕື້ USD. ທ່ານ Nguyen The Thao ​​ໄດ້​ຖື​ວ່າ ​ໂຄງການ​ໄດ້​ປະກອບສ່ວນ​ສຳຄັນ​​ໃຫ້​ແກ່​ການ​ພັດທະນາຂອງ ຮ່າ​ໂນ້ຍ ກໍ​ຄື​ກິດຈະການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ຫວຽດນາມ. ອຳນາດ​ການ​ປົກຄອງ​ຂອງ​ນະຄອນ ຮ່າ​ໂນ້ຍ ຈະ​ສ້າງ​​ເງື່ອນ​ໄຂ​ສະດວກ​ທຸກ​ຢ່າງໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ທີ່​ຈະ​ລົງທຶນ​ເຂົ້າ​ຫວຽດນາມ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ Nguyen The Thao ກໍ່​​ເຮັດ​ວຽກກັບກະຊວງ​ທີ່​ດິນ, ພື້ນຖານ​ໂຄງ​ລ່າງ, ຄົມມະ​ນາ​ຄົມ ​ແລະ ທ່ອງ​ທ່ຽວ​ຍີ່ປຸ່ນ ​ແລະ ອຳນາດ​ການ​ປົກຄອງນະຄອນ ​ໂຕ​ກຽວ.

ຂ່າວ/ບົດ​ອື່ນ