ຫວຽດນາມ ຊົມເຊີຍລັດຖະບານ ຊີຣີ ແລະ ຝ່າຍຄ້ານເຫັນດີເຊື່ອມຕໍ່ການເຈລະຈາຄືນໃໝ່

(VOVWORLD) -ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຊົມເຊີຍເລື່ອງລັດຖະບານ ຊີຣີ ແລະ ຝ່າຍຄ້ານເຫັນດີເຊື່ອມຕໍ່ການເຈລະຈາສ້າງລັດຖະທຳມະນູນ
ຫວຽດນາມ ຊົມເຊີຍລັດຖະບານ ຊີຣີ ແລະ ຝ່າຍຄ້ານເຫັນດີເຊື່ອມຕໍ່ການເຈລະຈາຄືນໃໝ່ - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ
(ພາບ: TTXVN)

ວັນທີ 28 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມກ່ຽວກັບວິວັດທະນາການການເມືອງຊີຣີ, ຢູ່ນິວຢອກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຊົມເຊີຍເລື່ອງລັດຖະບານ ຊີຣີ ແລະ ຝ່າຍຄ້ານເຫັນດີເຊື່ອມຕໍ່ການເຈລະຈາສ້າງລັດຖະທຳມະນູນ, ພ້ອມກັນນັ້ນ,  ກໍ່ແບ່ງປັນຄວາມວິຕົກກັງວົນກ່ຽວກັບການປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງປະຊາຊົນຊີຣີ ແລະ ເນັ້ນໜັກເລື່ອງ ຄວນຊຸກຍູ້ມາດຕະການແກ້ໄຂດ້ານການເມືອງຢ່າງຮອບດ້ານ ເພື່ອແນໃສ່ຟື້ນຟູສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃຫ້ແກ່ປະຊາຊົນຊີຣີ. ເພື່ອປະຕິບັດໄດ້ສິ່ງດັ່ງກ່າວ, ທ່ານເອກອັກຄະລັດຖະທູດເນັ້ນໜັກເລື່ອງຕ້ອງສຸມໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍຢູ່ຊີຣີ, ກໍ່ຄືການຮັບປະກັນຄວາມເປັນເອກະພາບຂອງປະຊາຄົມສາກົນໃນການໜູນຊ່ວຍ ຊີຣີ. ທ່ານ ຟ້າມຫາຍແອັງ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຮັກສາສະພາບແວດລ້ອມຄວາມໝັ້ນຄົງທີ່ສະດວກ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຈລະຈາ ແລະ ການສົນທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ