ຫວຽດນາມ ຊອກຫາກາລະໂອກາດ ຊຸກຍູ້ການລົງທຶນຢູ່ມຽນມາ

ຫວຽດນາມ ຊອກຫາກາລະໂອກາດ ຊຸກຍູ້ການລົງທຶນຢູ່ມຽນມາ - ảnh 1

(ພາບປະກອບ)

(vovworld) - ວັນ​ທີ 15/07, ຢູ່​ຮ່າ​ໂນ້ຍ, ສະຫະສະມາຄົມ​ບັນດາ​ນັກ​ລົງທຶນ​ຫວຽດນາມ ຢູ່​ມຽນມາ (AVIM) ​ໄດ້​ສົມທົບ​ກັບ​ທະນາຄານ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ (BIDV) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ຄວາມ​ສາມາດ​ບົນ​ຊ້ອນ, ກາລະ​ໂອກາດລົງທຶນ​ຢູ່​ມຽນມາ”. ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ເພື່ອ​ແນ​ໃສ່​ແລກປ່ຽນ​ຂໍ້​ມູນຂ່າວສານ, ທົບ​ທວນຄືນ​ສະພາບ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ໃນ​​ໄລຍະ​ຜ່ານ​ມາ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ພົວພັນແລກປ່ຽນ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ​ເຈີ​ນດັ໋ກຮ່າ, ປະທານ BIDV ທັງ​ເປັນ​ປະທານ AVIM ​ໃຫ້​ຮູ້​ວ່າ, ມາ​ຮອດ​ປະຈຸ​ບັນ AVIM ​ແມ່ນ​ຫົວ​ໜ່ວຍ​​ເປັນ​ຂົວຕໍ່​ຈັດ​ຕັ້ງການ​ໄປ​​ສຳ​ລວດ​ຕະຫຼາດ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ມຽນມາ ໃຫ້​ 50 ຄະນະ​ປະຕິບັດ​ງານ  ດ້ວຍວິ​ສາ​ຫະກິດ​ເກືອ​ບ 1.500 ​ເທື່ອຫົວໜ່ວຍ, ​ໃນ​ນັ້ນ​ມີ​ຫຼາຍ​ຫົວໜ່ວຍ​ມີ​ທ່າ​ແຮງ​ດ້ານ​ທຶນຮອນ, ​ເຕັກ​ໂນ​ໂລ​ຊີ ​ແລະ ອິດທິຜົນ​ຊື່​ສຽງຄື; ຮ່ວາງ​ແອ​ງຢາ​ລາຍ, Simco ສົງ​ດ່າ, BIDV...

        ​ເພື່ອຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ, ການ​ຄ້າ​ຂອງ​ຫວຽດນາມ ຢູ່​ມຽນມາ, ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ນຳສະ​ເໜີ​ກັບລັດຖະບານ​ມຽນມາ ຈົ່ງມີ​ຂໍ້​ກຳນົດ​ແນະນຳ​ຢ່າງ​ຄົບ​ຊຸດ​ ກ່ຽວ​ກັບການ​ປະຕິບັດ​ກົດໝາຍການລົງທຶນ​ໃໝ່ ໂດຍ​ໄວ, ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ວິ​ສາ​ຫະກິດ​ຫວຽດນາມ ​ເວົ້າ​ສະ​ເພາະ ​ເຂົ້າ​ໃຈ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ.

ຂ່າວ/ບົດ​ອື່ນ