ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ກັບກຳປູເຈຍ

(VOVWORLD) -ຕອນບ່າຍວັນທີ 28 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານເຈິ່ນກວັກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາຊະອານາຈັກກຳປູເຈຍ ໂດຍທ່ານ Samdech Heng Samrin  ປະທານພັກປະຊາຊົນກຳປະເຈຍ, ປະທານສະພາແຫ່ງຊາດ ກຳປະເຈຍ ເປັນຫົວໜ້າຄະນະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ກັບກຳປູເຈຍ - ảnh 1  ທ່ານເຈິ່ນກວັກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນງການພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານ Samdech Heng Samrin  ປະທານພັກປະຊາຊົນກຳປະເຈຍ, ປະທານສະພາແຫ່ງຊາດ ກຳປະເຈຍ (ພາບ: TTXVN)

ທ່ານເຈິ່ນກວັກເວື້ອງ ຢັ້ງຢືນວ່າ ນະໂຍບາຍການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ຫວຽດນາມ - ກຳປູເຈຍ. ທ່ານເຈິ່ນກວັກເວື້ອງ ສະເໜີສະພາແຫ່ງຊາດກຳປູເຈຍ ສືບຕໍ່ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກສຳລັບການອອກໜັງສືິນິຕິກຳໃຫ້ແກ່ປະຊາຊົນເຊື້ອສາຍຫວຽດນາມ ດຳລົງຊີວິດຢູ່ກຳປູເຈຍ ແລະ ເພີ່ມທະວີການເລັ່ງລັດບັນດາອົງການຮັບຜິດຊອບຂອງກຳປູເຈຍ ສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມຢ່າງແໜ້ນແຟ້ນ ເພື່ອປະຕິບັດ ແລະ ລົງນາມໃນບັນດາເອກະສານນິຕິກຳ ວ່າດ້ວຍການຮັບຮອງ 84% ໝາກຜົນຂອງວຽກງານຂີດຂັ້ນປັກຫຼັກໝາຍຊາຍແດນທີ່ບັນລຸໄດ້ ໂດຍໄວ.

ສ່ວນທ່ານ Samdech Heng Samrin  ຢັ້ງຢືນວ່າ ກຳປູເຈຍ ສືບຕໍ່ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຂໍ້ຕົກລົງ, ສັນຍາສະບັບຕ່າງໆ ທີ່ໄດ້ລົງນາມ ແລະ ຖະແຫຼງການຮ່ວມທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງຕ່າງໆຂອງການນຳຂັ້ນສູງສອງພັກ, ສອງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ