ຫວຽດ​ນາມ ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ມະ​ນຸດ​ໃນ​ທຸກ​ແນວ​ທາງ​ພັດ​ທະ​ນາ

(VOVWORLD) - ດ້ວຍວິທີການສຳຜັດຖືມະນຸດເປັນໃຈກາງ, ຫວຽດນາມ ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປົກປ້ອງ ແລະ ປະຕິຮູບການຫາເງິນລ້ຽງຊີບຂອງປະຊາຊົນ, ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຜ່ານການພັດທະນາ, ພ້ອມທັງຮັບປະກັນການພັດທະນາເພື່ອປະຊາຊົນ, ໂດຍປະຊາຊົນ. 
ຫວຽດ​ນາມ ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ມະ​ນຸດ​ໃນ​ທຸກ​ແນວ​ທາງ​ພັດ​ທະ​ນາ - ảnh 1ພາບປະກອບ: TTXVN

ວັນທີ 10 ທັນວາ ຄົບຮອບ 75 ປີແຫ່ງວັນອອກ ຖະແຫຼງການສາກົນກ່ຽວກັບສິດທິມະນຸດ   (1948 - 2023). ຢູ່ ຫວຽດນາມ, ໃນ ບົດຖະແຫລງປະກາດເອກະລາດ  ເມື່ອ ວັນທີ 1945, ທ່ານປະທານໂຮ່ຈີມິນ ໄດ້ຍົກໃຫ້ເຫັນບັນດາສິດພື້ນຖານຂອງມະນຸດ ແລະ ຕິດພັນສິດທິມະນຸດກັບ ສິດຂອງຊາດ.

ດ້ວຍວິທີການສຳຜັດຖືມະນຸດເປັນໃຈກາງ, ຫວຽດນາມ ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປົກປ້ອງ ແລະ ປະຕິຮູບການຫາເງິນລ້ຽງຊີບຂອງປະຊາຊົນ, ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຜ່ານການພັດທະນາ, ພ້ອມທັງຮັບປະກັນການພັດທະນາເພື່ອປະຊາຊົນ, ໂດຍປະຊາຊົນ. ຫວຽດນາມ ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການສ້າງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ, ປັບປຸງ, ຍົກສູງລະບົບກົດໝາຍ ວ່າດ້ວຍສິດທິມະນຸດ. ການຮັບຮອງເອົາລັດຖະທຳມະນູດ ປີ 2013 ດ້ວຍພາກທີ່ມີຊື່ວ່າ “ສິດທິມະນຸດ, ສິດ ແລະ ພັນທະຂອງພົນລະເມືອງ” ຫຼັງຈາກນັ້ນ 4 ປີ, ຫວຽດນາມ ໄດ້ຮັບຮອງເອົາເອກະສານນິຕິກຳ ກ່ວາ 90 ສະບັບທີ່ກ່ຽວຂ້ອງສິດທິມະນຸດ ໂດຍໄດ້ສ້າງກອບນິຕິກຳທີ່ສຳຄັນໃຫ້ແກ່ການຮັບປະກັນສິດທິມະນຸດ, ສິດພົນລະເມືອງໃນຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ