ຫວຽດ​ນາມ ຍາມ​ໃດ​ພ້ອມ​ກັບ ​ກຳ​ປູ​ເຈຍ​ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​​ການ​ພົວ​ພັນລະ​ຫວ່າງ​ສອ​ງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ

(VOVWORLD) -ພັກ, ລັດແລະປະຊາຊົນ ຫວຽດນາມ ຍາມໃດກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າ ເຊິ່ງພັກປະຊາຊົນກຳປູເຈຍ, ລັດແລະປະຊາຊົນກຳປູເຈຍສະຫງວນໃຫ້ຫວຽດນາມໃນໄລຍະຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະລາດ, ກໍ່ຄືໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດຄືໃນປັດຈຸບັນ.



ຫວຽດ​ນາມ ຍາມ​ໃດ​ພ້ອມ​ກັບ ​ກຳ​ປູ​ເຈຍ​ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​​ການ​ພົວ​ພັນລະ​ຫວ່າງ​ສອ​ງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ - ảnh 1ການນຳພັກປະຊາຊົນກຳປະເຈຍ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ (28 ມິຖຸນາ 1951 – 28 ມິຖຸນາ 2021), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໄດ້ສົ່ງສານອວຍພອນໄປຍັງຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ. ເນື້ອໃນຈົດໝາຍໄດ້ຂຽນວ່າ: ໃນໄລຍະ 70 ປີຜ່ານມາ, ພາຍໃຕ້ການຊີ້ນຳຂອງພັກປະຊາຊົນ ກຳປູເຈຍ, ປະເທດກຳປູເຈຍໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ຍາດໄດ້ບັນດາໄຊຊະນະອັນສະຫງ່າລາສີໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.

ພັກກອມູນິດ ຫວຽດນາມ ແລະ ປະຊາຊົນຫວຽດນາມ ຂໍສະແດງຄຳອວຍພອນຕໍ່ບັນດາຜົນງານອັນຍິ່ງໃຫຍ່ ແລະ ສຳຄັນໃນທຸກຂົງເຂດ ເຊິ່ງພັກ  ແລະ ປະຊາຊົນກຳປູເຈຍບັນລຸໄດ້ໃນໄລຍະທີ່ຜ່ານມາ. ຫວຽດນາມສະແດງຄວາມເຊື່ອໝັ້ນວ່າ ພັກປະຊາຊົນກຳປູເຈຍສືບຕໍ່ນຳພາປະເທດເພື່ອບັນລຸໄດ້ບັນດາຜົນງານໃໝ່, ຍິ່ງໃຫຍ່ກ່ວາອີກໃນການປະຕິບັດ ໂຄງການການເມືອງ ຂອງພັກ ໄລຍະ 2018 – 2023 ແລະ ຍຸດທະສາດພັດທະນາ ສີ່ຫລ່ຽມໄລຍະທີ 4 ຂອງລັດຖະບານ.

ພັກ, ລັດແລະປະຊາຊົນ ຫວຽດນາມ ຍາມໃດກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າ ເຊິ່ງພັກປະຊາຊົນກຳປູເຈຍ, ລັດແລະປະຊາຊົນກຳປູເຈຍສະຫງວນໃຫ້ຫວຽດນາມໃນໄລຍະຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະລາດ, ກໍ່ຄືໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດຄືໃນປັດຈຸບັນ.

ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສົ່ງກະເຊົ້າດອກໄມ້ ອວຍພອນໄປຍັງທ່ານ ປະທານພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີ ລັດຖະບານ ກຳປູເຈຍ Hun Sen ແລະ ທ່ານ ປະທານສະພາແຫ່ງຊາດ ກຳປູເຈຍ Heng Xomrin

ຕອບກັບ

ຂ່າວ/ບົດ​ອື່ນ