ຫວຽດນາມ ຍູ້ແຮງ ການສົ່ງອອກສິນຄ້າ ເຖິງ ເອີລົບ ຜ່ານ ເຊັກ

ຫວຽດນາມ ຍູ້ແຮງ ການສົ່ງອອກສິນຄ້າ ເຖິງ ເອີລົບ ຜ່ານ ເຊັກ - ảnh 1
ການຜະລິດປຸງແຕ່ງຜະລິດຕະພັນກະເສດ
(ພາບ: Danh Lam/TTXVN)

(vovworld) – ກົມ​ຕະຫຼາດ​ ​ເອີ​ລົບ ຂຶ້ນ​ກັບ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ສູນ​ຂາຍໜ້າ​ໂຄສະນາ ​ແລະ ​ເປັນ​ຂອດ​ກາງຂົນ​ສົ່ງ​ສິນຄ້າ​ສົ່ງ​ອອກ ຫວຽດນາມ ປະຈຳ ສ. ​ເຊັກ ຄາດ​ວ່າ, ຈະ​​ເຂົ້າ​ເຄື່ອນ​ໄຫວ​ໃນ​ຕົ້ນ​ປີ 2015, ​ສ້າງ​ກາລະ​ໂອກາດ​ໃຫ້ການ​ນຳ​ສິນຄ້າ ຫວຽດນາມ ​ເຂົ້າ​ຕະຫຼາດ ​ເອີ​ລົບ. ຕາມ​ຕົວ​ເລກ​ສະຕິ​ຖິຂອງກະຊວງ​ອຸດສາຫະກຳ - ການ​ຄ້າ, ​ໃນ​ເດືອນ 7/2013, ການ​ສົ່ງ​ອອກ​ຂອງ ຫວຽດນາມ ຜ່ານ ສ. ​ເຊັກ ບັນລຸ 16 ລ້ານ USD, ​ເພີ່ມ​ຂຶ້ນ​ກ່ວາ 30% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ. ​ໄລ່​ລວມ​ 7 ​ເດືອນ, ຍອດ​ວົງ​ເງິນ​ສົ່ງ​ອອກ​ຜ່ານ​ຕະຫຼາດ​ນີ້​ບັນ​ລຸ 94 ລ້ານ USD. ​ຫວ່າງ​ແລ້ວນີ້, ສ. ​ເຊັກ ກໍ່​ປະກາດບັນຊີ​ລາຍ​ຊື່ 12 ຕະຫຼາດ​ຫຼັກ​ແຫຼ່ງທີ່​ໄດ້​ຮັບ​ບຸລິ​ມະ​ສິດ​ກ່ຽວ​ກັບ​ການ​ຄ້າ​ຕ່າງປະ​ເ​ທດ​ໄລຍະ 2011 – 2015, ​ໃນ​ນັ້ນ​ມີ ຫວຽດນາມ. ​ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ກ່ຽວຂ້ອງ, ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະ​ໜາດກາງ ​ແລະ ​ນ້ອຍ ​​ແລະ ຂາຍ​ຄ່ອຍ ສ. ​ເຊັກ ຈະ​ສົມທົບ​ກັບ​ສະມາ​ຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ຫວຽດນາມ ຢູ່ ສ. ​ເຊັກ​ສ້າງ​ຕັ້ງສູນ​ຂາຍໜ້າ​ໂຄສະນາ ​ແລະ ​ເປັນ​ຂອດ​ກາງຂົນ​ສົ່ງ​ສິນຄ້າ​ສົ່ງ​ອອກ ຫວຽດນາມ ຢູ່​ນະຄອນຫຼວງ Praha. ຕາມ​ແຜນການ​ແລ້ວ, ສູນ​ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ນັບ​ແຕ່​ຕົ້ນ​ປີ 2015 ດ້ວຍ​ບັນດາ​ປະ​ເພດ​ສິນຄ້າ​ຂອງ ຫວຽດນາມ ຄື: ສິນ​ໃນ​ນ້ຳ, ໝາກ​ໄມ້, ຜັກ, ກາ​ເຟ, ຊາ.​.​.​

ຂ່າວ/ບົດ​ອື່ນ