ຫວຽດ​ນາມ ຍູ້​ແຮງ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່

(VOVWORLD) -ຫວຽດນາມ ມີຄວາມສາມາດບົ່ມຊ້ອນດ້ານພະລັງງານໄຟຟ້າແຮງລົມ ແລະ ພະລັງງານໄຟຟ້າແຮງລົມຢູ່ນອກຝັ່ງທະເລຢ່າງໃຫຍ່ຫຼວງທີ່ສຸດ. ໃນທົ່ວໂລກ, ເຕັກໂນໂລຢີພະລັງງານຜະລິດຄືນໃໝ່ພວມພັດທະນາຢ່າງກະໂດດຂັ້ນ, ຄ່າໃຊ້ຈ່າຍສຳລັບເຕັກໂນໂລຢີພວມຫຼຸດລົງຢ່າງແຮງ, ບັນດາມາດຕະການເຕັກໂນໂລຢີກ່ຽວກັບການສົ່ງ, ສະສົມພະລັງງານໄຟຟ້າ ພວມມີບາດກ້າວໜ້າໃໝ່.
ຫວຽດ​ນາມ ຍູ້​ແຮງ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ - ảnh 1ກອງປະຊຸມພະລັງງານໄຟຟ້າແຮງລົມ ຫວຽດນາມ 2022 (ພາບ: VOV)

ຫວຽດນາມ ມີຄວາມສາມາດບົ່ມຊ້ອນດ້ານພະລັງງານໄຟຟ້າແຮງລົມ ແລະ ພະລັງງານໄຟຟ້າແຮງລົມຢູ່ນອກຝັ່ງທະເລຢ່າງໃຫຍ່ຫຼວງທີ່ສຸດ. ໃນທົ່ວໂລກ, ເຕັກໂນໂລຢີພະລັງງານຜະລິດຄືນໃໝ່ພວມພັດທະນາຢ່າງກະໂດດຂັ້ນ, ຄ່າໃຊ້ຈ່າຍສຳລັບເຕັກໂນໂລຢີພວມຫຼຸດລົງຢ່າງແຮງ, ບັນດາມາດຕະການເຕັກໂນໂລຢີກ່ຽວກັບການສົ່ງ, ສະສົມພະລັງງານໄຟຟ້າ ພວມມີບາດກ້າວໜ້າໃໝ່. ນີ້ແມ່ນໂອກາດທີ່ດີເພື່ອໃຫ້ລັດຖະບານ ຫວຽດນາມ ປະຕິບັດເປົ້າໝາຍຫັນປ່ຽນພະລັງງານຕາມທິດເຕີບໂຕສີຂຽວໃຫ້ປະກົດຜົນເປັນຈິງ. ນັ້ນແມ່ນຄຳຢັ້ງຢືນຂອງຜູ້ຕາງໜ້າອົງການຄຸ້ມຄອງລັດຢູ່ ກອງປະຊຸມພະລັງງານໄຟຟ້າແຮງລົມ ຫວຽດນາມ 2022 - Vietnam Wind Power (VWP) ໂດຍສະພາພະລັງງານໄຟຟ້າແຮງລົມທົ່ວໂລກ (GWEC) ຈັດຂຶ້ນໃນຕອນເຊົ້າວັນທີ 1 ທັນວາ ຢູ່ຮ່າໂນ້ຍ.

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມພະລັງງານໄຟຟ້າແຮງລົມ ຫວຽດນາມ 2022, ທ່ານ ຟ້າມງວຽນຮຸ່ງ ຮອງຫົວໜ້າກົມພະລັງງານໄຟຟ້າ ແລະ ພະລັງງານຜະລິດຄືນໃໝ່ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ຢັ້ງຢືນວ່າ ໄລຍະຜ່ານມາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຫຼາຍມາດຕະການກ່ຽວກັບນະໂຍບາຍ, ກົນໄກເພື່ອສົ່ງເສີມການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່. ຄາດວ່າ ຮອດປີ 2030, ກຳລັງການຜະລິດຕິດຕັ້ງທັງໝົດຈາກແຫຼ່ງພະລັງງານຜະລິດຄືນໃໝ່ ໂດຍບໍ່ລວມທັງພະລັງງານໄຟຟ້ານໍ້າຕົກ ຈະກວມເອົາປະມານ 27% ຂອງລະບົບກຳລັງການຜະລິດທັງໝົດ ແລະ ຂຶ້ນເຖິງປະມານ 59% ໃນປີ 2050.

        ປັດຈຸບັນ, ຂອບຂະໜາດລະບົບໄຟຟ້າຂອງ ຫວຽດນາມ ແມ່ນໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຢືນອັນດັບທີ 22 ໃນໂລກ ກ່ຽວກັບກຳລັງການຜະລິດທີ່ໄດ້ຕິດຕັ້ງ.

 

ຕອບກັບ

ຂ່າວ/ບົດ​ອື່ນ