ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.
ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58 - ảnh 1ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Iwaya Takeshi (ພາບ: VOV)

ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Iwaya Takeshi ,ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມຖືຍີ່ປຸ່ນແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃນຍຸກສະໄໝພັດທະນາໃໝ່, ທ່ານສະເໜີຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ ແລະ ຊຸກຍູ້ວິສາຫະກິດ ຍີ່ປຸ່ນມາລົງທຶນເຂົ້າບັນດາໂຄງການໃຫຍ່ຢູ່ ຫວຽດນາມ ໃນບັນດາຂົງເຂດຄື:  ພື້ນຖານໂຄງລ່າງຕົວເມືອງ, ເສັ້ນທາງລົດໄຟຄວາມໄວສູງ, ພະລັງງານ…

ທີ່ການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຫັນບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນບັນດາຂົງເຂດເປັນລະອຽດ, ຈຸດສຸມແມ່ນຊຸກຍູ້ການເຊື່ອມຕໍ່ຍຸດທະສາດກ່ຽວກັບຄົມມະນາຄົມ, ການຮ່ວມມືເຊື່ອມຕໍ່ທາງລົດໄຟ; ຊຸກຍູ້ການຮ່ວມມືກ່ຽວກັບນະວັດຕະກຳ, ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ ແລະ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື.

ແລກປ່ຽນກັບທ່ານລັດຖະມົນຕີການຕ່າງປະເທດ ສະວິດ Ignazia Cassis, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ສະເໜີສົມທົບກັນຊຸກຍູ້ການເຈລະຈາສົນທິສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມ (ລວມມີ: ສະວິດ, ນອກແວ, ອຽກລັງ, ເລັກເຕນສະເຕນ), ທ່ານເນັ້ນໜັກວ່າຄວາມສາມາດບົ່ມຊ້ອນເພີ່ມທະວີລະຫວ່າງສອງພື້ນຖານເສດຖະກິດຈະຊ່ວຍນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ